ຫຼັງມີການຈັດຕັ້ງລົງປະຊາມະຕິຖາມຄວາມເຫັນຂອງປະຊາຊົນຕາມ 4 ພື້ນທີ່ຂອງຢູເຄຣນ ວ່າຢາກເຂົ້າມາເປັນສ່ວນໜຶ່ງຂອງຣັດເຊຍຫຼືບໍ່ ພຽງບໍ່ເທົ່າໃດມື້. ໃນຕອນແລງຂອງວັນທີ 30 ກັນຍາ ຕາມເວລາທ້ອງຖິ່ນ ທ່ານ ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍໄດ້ປະກາດຮອງຮັບເອົາ 4 ພື້ນທີ່ຂອງຢູເຄຣນໄດ້ແກ່ ພື້ນທີ່ລູຮານສ, ໂດເນສ ທີ່ຢູ່ທາງພາກຕາເວັນອອກ ແລະ ພື້ນທີ່ຊາປໍຣິເຊຍ, ພື້ນທີ່ເຄຊອນ ທີ່ຢູ່ທາງພາກໃຕ້ຂອງຢູເຄຣນ ໃຫ້ເປັນດິນແດນສ່ວນໜຶ່ງຂອງ ຣັດເຊຍ ຢ່າງເປັນທາງການແລ້ວ.
ພິທີລົງນາມຮອງຮັບເອົາ 4 ພື້ນທີ່ຂອງຢູເຄຣນເຂົ້າມາເປັນຂອງຣັດເຊຍ ຈັດຂຶ້ນທີ່ພະຣາຊະວັງ ເຄັມບຣິງ ທີ່ນະຄອນຫຼວງ ມອສໂກ ປະເທດຣັດເຊຍ ໂດຍມີ 4 ຜູ້ນຳຈາກບັນດາ 4 ພື້ນທີ່ ທີ່ຈະເຂົ້າມາເປັນສ່ວນໜຶ່ງຂອງຣັດເຊຍ ຮ່ວມລົງນາມໃນພິທີຄັ້ງນີ້ດ້ວຍ.

ໂດຍທ່ານ ວະລາດິເມຍ ປູຕິນ ໄດ້ກ່າວໃນພິທີລົງນາມວ່າ ມື້ນີ້ ຣັດເຊຍໄດ້ມີ 4 ພື້ນທີ່ໃໝ່ເຂົ້າມາ ແລະ ນີ້ແມ່ນຄວາມຕ້ອງການຂອງປະຊາຊົນຫຼາຍລ້ານຄົນທົ່ວຣັດເຊຍ. ເຊິ່ງຜົນການເຮັດປະຊາມະຕິ ກໍອອກມາເປັນເອກະສັນຢ່າງຊັດເຈນວ່າ ປະຊາຊົນໄດ້ຕັດສິນໃຈແລ້ວ ນັ້ນກໍຄືການຍອມຮັບໃຫ້ຣັດເຊຍ ຮອງຮັບເອົາ ສາທາລະນະລັດລູຮານສ, ສາທາລະນະລັດ ໂດເນສ, ຊາປໍຣິເຊຍ ແລະ ເຄຊອນ ໃຫ້ມາເປັນສ່ວນໜຶ່ງຂອງຣັດເຊຍ. ພ້ອມກັບຮຽກຮ້ອງໃຫ້ຢູເຄຣນຍຸຕິການປະຕິບັດການທາງທະຫານ ແລ້ວຫັນມາເຈລະຈາກັນດ້ວຍສັນຕິວິທີ.

ຢ່າງໃດກໍຕາມ ທາງການຢູເຄຣນກໍໄດ້ປະກາດວ່າຈະເຮັດການທວງຄືນ ຍາດດິນແດນທີ່ເສຍໄປໃຫ້ກັບ ຣັດເຊຍ ກັບຄືນມາແນ່ນອນ ພ້ອມຢືນຢັນວ່າ ການຕັດສິນໃຈຮອງຮັບເອົາດິນແດນຂອງຢູເຄຣນຄັ້ງນີ້ຂອງຣັດເຊຍໄດ້ທຳລາຍໂອກາດໃນການເຈລະຈາກັນຢ່າງສັນຕິລົງເປັນທີ່ຮຽບຮ້ອຍແລ້ວ.

ຂະນະທີ່ ທາງ ປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດ ອາເມຣິກາ ກໍໄດ້ປະກາດວ່າ ອາເມຣິກາ ຈະບໍ່ຍອມຮັບການອ້າງກຳມະສິດຂອງ ຣັດເຊຍ ເທິງດິນແດນອະທິປະໄຕຂອງຢູເຄຣນ ແລະ ສະຫະລັດ ອາເມຣິກາ ຈະກຽມຂວ້ຳບາດ ຣັດເຊຍ ຕໍໍ່ໄປ.

ນອກຈາກນີ້ ໂຈ ໄບເດັນ ຍັງບອກອີກວ່າ ການເຮັດປະຊາມະຕິໃນ 4 ພື້ນທີ່ຂອງຢູເຄຣນ ເປັນການກະທຳທີ່ຫຼອກລວງ ຂອງກອງກຳລັງຕິດອາວຸດທີ່ເຂົ້າຂ້າງຣັດເຊຍ ແລະ ເປັນຜົນຜະລິດທີ່ມາຈາກທາງຣັດເຊຍ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment