ປີ 2023​ ສປປ ລາວ ມີມູນຄ່າ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທົ່ວປະເທດກວ່າ 2,432 ລ້ານໂດລາ


ໃນປີ 2023 ​ທີ່ຜ່ານມາ ສປປ ລາວ ລາວ ມີມູນຄ່າ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທົ່ວປະເທດກວ່າ 2,432 ລ້ານໂດລາ ແລະ ສາມາດ ເກັບລາຍຮັບຈາກພັນທະອາກອນ ໃນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທົ່ວປະເທດກວ່າ 332.6 ລ້ານໂດລາ.

ຕົວເລກດັ່ງກ່າວ ຖືກລາຍງານໂດຍທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໃນກອງປະຊຸມ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 12 ມິຖຸນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ໂດຍທ່ານ ໂພໄຊ ລາຍງານວ່າ ມາຮອດປັດຈຸບັນ ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດໃນທົ່ວປະເທດ ໃນໂຄງການປົກກະຕິ ລວມທັງໝົດ 968 ບໍລິສັດ, ແບ່ງອອກເປັນ ຂັ້ນແຂວງອະນຸຍາດ ມີ 671 ບໍລິສັດ ແລະ ສູນກາງອະນຸຍາດ ມີ 297 ບໍລິສັດ. ຂັ້ນແຂວງອະນຸຍາດ ໂຄງການສ່ວນໃຫຍ່ ແມ່ນ ແຮ່ອະໂລຫະ ຍົກເວັ້ນແຂວງໄຊສົມບູນ ສາມາດອະນຸຍາດແຮ່ໂລຫະໄດ້. ສູນກາງ ອະນຸຍາດ ຢູ່ໃນຂັ້ນຕອນ ຊອກຄົ້ນ-ສໍາຫຼວດ ມີ 150 ບໍລິສັດ, ດໍາເນີນ ການສຶກສາເສດຖະກິດ-ເຕັກນິກ ມີ 32 ບໍລິສັດ ແລະ ດໍາເນີນການຂຸດຄົ້ນ-ປຸງແຕ່ງມີ 115 ບໍລິສັດ.

ໃນປີ 2023 ທີ່ຜ່ານມາ ມູນຄ່າການຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ທາດ ໃນທົ່ວປະເທດ ມີມູນຄ່າເຖິງ 2,432 ລ້ານໂດລາສະຫະລັດ, ການຈໍາໜ່າຍແຮ່ທາດຢູ່ພາຍໃນປະເທດມີມູນຄ່າ 273.6 ລ້ານໂດລາສະຫະລັດ, ຈໍາໜ່າຍອອກຕ່າງປະເທດ ມີມູນຄ່າ 2,604 ລ້ານໂດລາສະຫະລັດ ແລະ ໄດ້ມອບພັນທະໃຫ້ລັດຖະບານ 322.6 ລ້ານໂດລາສະຫະລັດ. ໃນນີ້ ພັນທະທີ່ມອບໃຫ້ລັດຖະບານ ໃນຂັ້ນຕອນຂຸດຄົ້ນ-ປຸງແຕ່ງ ມີທັງໝົດ 321.37 ລ້ານໂດລາສະຫະລັດ, ຫຼັກໆ ແລ້ວ ມີ 13 ລາຍການຈ່າຍ ເຊັ່ນ: ຄ່າຊັບພະຍາກອນ, ອາກອນເງິນເດືອນ, ອາກອນກຳໄລ ຂົນສົ່ງ, ອາກອນກຳໄລ, ອາກອນຂຸດຄົ້ນ, ອາກອນຂົນສົ່ງ, ອາກອນມູນຄ່າເພີ່ມ, ພັນທະແບບໝອບເໝົາ, ອາກອນເງິນປັນຜົນ, ພາສີຂາອອກ, ພັນທະມອບເໝົາລ່ວງໜ້າ ແລະ ຊື້ສິດສໍາປະທານ (ໂຄງການທົດລອງ), ພັນທະຕ່າງໆ ຂັ້ນທ້ອງຖິ່ນອອກອະນຸຍາດ, ຄ່າສໍາປະທານ ແລະ ພັນທະກອງທຶນຕາມສັນຍາ. ສຳລັບ ພັນທະກອງທຶນຕາມສັນຍາ ຢູ່ທີ່ນີ້ ໃນປີ 2023 ມີ 3.6 ລ້ານໂດລາສະຫະລັດ ປະກອບດ້ວຍ 6 ກອງທຶນຍ່ອຍ ເຊັ່ນ: ທຶນພັດທະນາສັງຄົມ, ທຶນພັດທະນາທ້ອງຖິ່ນ, ທຶນຄຸ້ມຄອງໂຄງການ, ທຶນເຝິກອົບຮົມພະນັກງານ, ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທຶນຕິດຕາມສັນຍາ. ນອກຈາກນີ້ ຍັງມີງົບປະມານສໍາລັບ ການຫັນປ່ຽນ ປ່າ, ການປູກປ່າຊົດເຊີຍ ແລະ ຄ່າອື່ນໆ ອີກ.

ປັດຈຸບັນ ສປປ ລາວ ມີເນື້ອທີ່ ຂອງໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ແບບປົກກະຕິ ແລະ ແບບທົດລອງ ຈໍານວນ 3,186.15 ກມ ຫຼືເທົ່າກັບ 1.35% ຂອງເນື້ອທີ່ທົ່ວປະເທດ, ມີການຊອກຄົ້ນ-ສໍາຫຼວດ ແລະ ຂຸດຄົ້ນ-ປຸງແຕ່ງແຮ່ທາດ ລວມທັງ ໝົດມີ 19 ແຮ່ທາດ ເຊິ່ງໄດ້ຄາດຄະເນມີປະລິມານຊັບພະຍາກອນລວມທັງໝົດ 14.606 ລ້ານໂຕນ ແລະ ມີປະລິມານສະສົມທັງໝົດ 7,987 ລ້ານໂຕນ, ແຮ່ເກືອໂປຕັສ ມີປະລິມານຊັບພະຍາກອນ ຫຼາຍກວ່າໝູ່ ມີເຖິງ 10.125 ລ້ານໂຕນ, ຕໍ່ມາແມ່ນຫີນປູນ ມີ 2.188 ລ້ານໂຕນ, ຖ່ານຫີນ 845 ລ້ານໂຕນ ແລະ ທອງ 201 ລ້ານໂຕນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/