ປິດສາກກັນໄປ ຢ່າງເປັນທາງການກັບການແຂ່ງຂັນກິລາຊີເກມຄັ້ງທີ 32 ຫຼື ພະນົມເປນເກມ 2023 ທີ່ປະເທດ ກຳປູເຈຍ ໂດຍ ທັບນັກກິລາ ຈາກ ສປປ ລາວ ເຮົາສາມາດເຮັດຜົນງານໄດ້ເກີນຄາດ ກວາດໄປທັງໝົດ 88 ຫຼຽນ ແບ່ງເປັນ 6 ຫຼຽນຄຳ, 22 ຫຼຽນເງິນ ແລະ ອີກ 60 ຫຼຽນທອງ ລື່ນຄາດທີ່ຕັ້ງໄວ້ 5 ຫຼຽນຄຳ.
ໂດຍມື້ສຸດທ້າຍຂອງການແຂ່ງຂັນຂອງທັບນັກກິລາລາວ ເມື່ອວັນທີ 16 ພຶດສະພາ 2023 ທັບນັກກິລາລາວ ພາດຫຼຽນຄໍາທີ 7 ໄປຢ່າງໜ້າເສຍດາຍ ເມື່ອ ສຸກັນ ໄຕປັນຍາວົງ ເຈົ້າຂອງຫຼຽນຄໍາໜຶ່ງດຽວໃນຊີເກມ 2016 ເສຍໃຫ້ກັບ ນັກກິລາຄິກບັອກຊິງຈາກຫວຽດນາມ ໃນຮອບຊິງຫຼຽນຄໍາ ຮຸ່ນນໍ້າໜັກ 60 ກິໂລກຣາມ ເຮັດໃຫ້ໄດ້ຫຼຽນເງິນ ແລະ ປິດທ້າຍກັບ ດໍສັນ ສີຫາວົງ ນັກກິລາມວຍປໍ້າ ຄົນອາເມຣິກາເຊື້ອສາຍລາວ ກໍເສຍໃຫ້ກັບນັກກິລາ ຫວຽດນາມ ໃນຮອບຊິງຫຼຽນຄໍາ ເຮັດໃຫ້ໄດ້ຫຼຽນເງິນປິດທ້າຍ.

ໂດຍທັງ 88 ຫຼຽນຂອງ ທັບນັກກິລາລາວ ແມ່ນສາມາດຍາດມາໄດ້ຈາກທັງໝົດ 20 ປະເພດກິລາປະກອບມີ:

- ກິລາເປຕັງ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ ອີກ 4 ຫຼຽນທອງ
- ກະຕໍ້ຊິນລອນ 1 ຫຼຽນຄຳ, 4 ຫຼຽນເງິນ ແລະ ອີກ 7 ຫຼຽນທອງ
- ກຸນ ບົກກະຕໍ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 10 ຫຼຽນທອງ
- ໂວວີນາມ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ
- ກຸນ ຂະແມ 5 ຫຼຽນເງິນ ແລະ 7 ຫຼຽນທອງ
- ຈູໂດ 3 ຫຼຽນເງິນ 1 ຫຼຽນທອງ
- ສະນຸກເກີ 2 ຫຼຽນເງິນ
- ມວຍປໍ້າ 1 ຫຼຽນເງິນ 7 ຫຼຽນທອງ
- ເທຄວັນໂດ 1 ຫຼຽນເງິນ 2 ຫຼຽນທອງ
- ຄິກ ບັອກຊິງ 1 ຫຼຽນເງິນ ແລະ 1 ຫຼຽນທອງ
- ຈູ ຈິດຊູ 1 ຫຼຽນເງິນ
- ບັອກຊິງ 3 ຫຼຽນທອງ
- ຊ໋ອບ ເທັນນິສ 3 ຫຼຽນທອງ
- ວູຊູ 3 ຫຼຽນທອງ
- ຄາຣາເຕ້ 2 ຫຼຽນທອງ
- ຕີດອກປີກໄກ່ 1 ຫຼຽນທອງ
- ຍົກນໍ້າໜັກ 1 ຫຼຽນທອງ
- ປັນຈັກສີລັດ 1ຫຼຽນທອງ
- ແລ່ນຜ່ານອຸປະສັກ 1 ຫຼຽນທອງ
- ກິລາ ອີສະປອດ 1 ຫຼຽນທອງ

ສ່ວນເຈົ້າຄອງຫຼຽນຄໍາ ຫວຽດນາມ ກວາດໄປ 136 ຫຼຽນຄໍາ, 105 ຫຼຽນເງິນ ແລະ 114 ຫຼຽນທອງ ແລະ ອັນດັບ 2 ໄທ ກວາດໄປ 108 ຫຼຽນຄໍາ, 96 ຫຼຽນເງິນ ແລະ 108 ຫຼຽນທອງ. ຂະນະທີ່ ເຈົ້າພາບ ກໍາປູເຈຍ ກວາດໄປ 81 ຫຼຽນຄໍາ, 74 ຫຼຽນເງິນ ແລະ 127 ຫຼຽນທອງ ຈັດຢູ່ອັນດັບ 4 ຂອງຕາຕະລາງ. ດ້ານ ຕີມໍ ເລັສເຕ ເປັນຊາດດຽວທີ່ບໍ່ມີຫຼຽນຄໍາ ຍາດໄດ້ພຽງ 8 ຫຼຽນເງິນ ຢູ່ອັນດັບສຸດທ້າຍຂອງຕາຕະລາງ.
ຂອບໃຈຂໍ້ມູນຈາກ: https://bit.ly/3OiTJiC
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/