The Hulk ເປັນອີກຕົວລະຄອນຍອດນິຍົມຕົວໜຶ່ງຈາກ Marvel ເນື່ອງດ້ວຍສີຂຽວທີ່ເປັນເອກະລັກ ບວກກັບຄວາມແຂງແກ່ນ ແລະ ຄວາມທົນທານທີ່ສຸດ ດັ່ງນັ້ນເຮັດໃຫ້ຫຼາຍໆຄັ້ງ ເຮົາມັກຈະເອົາຄໍາວ່າ The Hulk ມາໃຊ້ເອີ້ນບຸກຄົນທີ່ຮ່າງກາຍມີຄວາມທົນທານ, ແຂງແຮງ ເປັນພິເສດ ເຊັ່ນດຽວກັນແມ່ປ້າ ຊາວອິນໂດເນເຊຍ ອາຍຸ 55 ປີຄົນນີ້ ທີ່ລາວໄດ້ຕົກຈາກອາພາດເມັ້ນ 21 ແຕ່ລອດຕາຍມາໄດ້ຢ່າງກັບປາຕິຫານ ແລະ ໄດ້ຮັບບາດເຈັບພຽງຈຸດດຽວເທົ່ານັ້ນ.

ຕາມການລາຍງານຂອງສໍານັກຂ່າວ Tribunnews ລະບຸວ່າ ແມ່ປ້າຄົນນີ້ໄດ້ມື່ນໃນລະຫວ່າງທີ່ກໍາລັງຕາກເສື້ອຜ້າຢູ່ລະບຽງຫ້ອງຂອງຕົນເອງ ເຊິ່ງມັນຢູ່ຊັ້ນທີ 21 ຂອງອາພາດເມັ້ນໃນເຂດ Kelapa Gading ປະເທດອິນໂດເນເຊຍ. ຫຼັງຈາກນັ້ນຜູ້ທີ່ເຫັນເຫດການກໍໄດ້ໂທແຈ້ງຫາເຈົ້າໜ້າທີ່ຕໍາຫຼວດ Kelapa Gading ໃຫ້ມາຍັງທີ່ເກີດເຫດ.

ຕໍ່ມາ Vokky Sagala ຜູ້ບັນຊາການຕຳຫຼວດ Kelapa Gading ເປີດເຜີຍວ່າ “ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບແຈ້ງວ່າມີຜູ້ຍິງຄົນໜຶ່ງຕົກລົງມາຈາກອາຄານທີ່ພັກອາໄສ Emerald Tower of the Gading Nias Apartment Residence ເຊິ່ງເປັນອາພາດເມັ້ນໃນເຂດ Kelapa Gading ທີ່ຕັ້ງຢູ່ທາງເໜືອຂອງ ຈາກາຕ້າ. ຜົນການສອບສວນເຮັດໃຫ້ຮູ້ວ່າຍິງຄົນດັ່ງກ່າວແມ່ນມື່ນຕົກຈາກລະບຽງຊັ້ນທີ 21 ໃນລະຫວ່າງທີ່ລາວກໍາລັງຕາກເສື້ອຜ້າ”.

ຕາມລາຍງານລະບຸເພີ່ມອີກວ່າ ຍິງຄົນດັ່ງກ່າວແມ່ນລອດຊີວິດຢ່າງກັບປາຕິຫານ ແລະໄດ້ຮັບບາດເຈັບພຽງແຕ່ກະດູກບ່າໄຫຼ່ຂ້າງຊ້າຍຫັກ ຫຼັງຈາກທີ່ຕົກລົງມາກະທົບກັບຫຼັງຄາລົດເກັງໂຕໂຢຕ້າຄັນໜຶ່ງທີ່ຈອດໄວ້ໃນບໍລິເວນທີ່ລາວຕົກລົງມາ ແລະ ທາງເຈົ້າໜ້າທີ່ເຊື່ອວ່າລົດເກັງຄັນດັ່ງກ່າວທີ່ຢູ່ໃນສະພາບບຸບບ້ຽວເປັນສາເຫດທີ່ຊ່ວຍປົກປ້ອງຊີວິດຂອງຍິງຄົນນີ້ເອົາໄວ້.
ຫຼັງຈາກນັ້ນໜ່ວຍສຸກເສີນກໍໄດ້ພາຕົວແມ່ປ້າໄປໂຮງໝໍ ເພື່ອເຮັດການປິ່ນປົວເພີ່ມຕື່ມ ແຕ່ທາງເຈົ້າໜ້າທີ່ກ່າວວ່າເລື່ອງນີ້ແມ່ນຍັງຢູ່ໃນການສືບສວນສວບສວນອີກຕໍ່ໄປ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/