ປັດຈຸບັນ 2/3 ຂອງຊາຍຫາດທົ່ວໂລກ ກຳລັງໜ້ອຍລົງເລື້ອຍໆ ສາເຫດຫຼັກກໍແມ່ນຍ້ອນການຂຸດຊາຍນຳໄປໃຊ້ ແລະຖ້າຈະກັບມາແໜ້ນຄືນກໍໃຊ້ເວລາເປັນສະຕະວັດ ຫຼື ອາດຈະເປັນການສ້າງຫາດຊາຍທຽມມາທົດແທນແຕ່ກໍເປັນການຂຸດຊາຍດູດຊາຍຈາກບ່ອນອື່ນມາຄືເກົ່າ.

ເຖິງວ່າຫີນຊາຍຈະມີຢູ່ເຕັມໄປໝົດທົ່ວໂລກ ແຕ່ຖ້າວ່ານຳໃຊ້ຊັບພະຍາກອນແບບບໍ່ຄຳນຶງມັນກໍເກີດຜົນຕາມມາທີ່ກະທົບກັບສິ່ງແວດລ້ອມ ແລະ ລະບົບນິເວດໄດ້ເຊັ່ນກັນ. ຫຼ້າສຸດ ບໍລິສັດຜະລິດເບຍໃນນິວຊີແລນ DB Breweries ໄດ້ອອກແບບຕູ້ທີ່ສາມາດປ່ຽນແກ້ວເບຍກັບຄືນເປັນເມັດຊາຍ ທີ່ສາມາດນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ສາມາດກັບຄືນສູ່ທຳມະຊາດໄດ້ ແຖມຍັງຫຼຸດຜ່ອນຂີ້ເຫຍື້ອທີ່ເກີດຈາກແກ້ວໄດ້ພ້ອມ.

ຕູ້ດັ່ງກ່າວ ເປັນນະວັດຕະກຳໃໝ່ທີ່ສາມາດຊ່ວຍລົດບັນຫາທີ່ກ່າວມາໄດ້ ພຽງແຕ່ເຮົາໃສ່ແກ້ວໄວ້ໃນຊ່ອງຂອງຕູ້ ແລ້ວລະບົບທາງໃນຈະແຍກປ້າຍທີ່ເປັນພລາສຕິກອອກໃຫ້ເອງ. ແກ້ວ 1 ແກ້ວ ຈະໄດ້ຊາຍໃນປະລິມານ 200 g. ມີຄຸນສົມບັດ ແລະ ລັກສະນະແບບດຽວກັນກັບຊາຍທີ່ຢູ່ຕາມຊາຍຫາດທີ່ນິຍົມກັນເອົາໄປໃຊ້ໃນວຽກງານກໍ່ສ້າງ. ທັງນີ້ ນິວຊີແລນຍັງມີແຜນນຳເອົາຊາຍດັ່ງກ່າວໄປສ້າງຫົນທາງຂອງລັດຖະບານ ແລະ ສ້າງເຮືອນອີກດ້ວຍ.



ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/