World Nomad Games ເປັນງານແຂ່ງຂັນກິລາພື້ນບ້ານຂອງແຕ່ລະຊົນເຜົ່າ ຈະຈັດຂຶ້ນ 2 ປີຕໍ່ຄັ້ງ ແລະ ປີນີ້ກໍກົງກັບປີ 2021. ໃນການແຂ່ງຂັນມີຈຸດປະສົງ ເພື່ອເປັນການຟື້ນຟູຮັກສາວັດທະນະທໍາອັນເກົ່າແກ່ໄວ້ ເປັນການສືບທອດໃຫ້ຄົນຮຸ່ນໃໝ່, ຂະຫຍາຍຄວາມສໍາພັນຕໍ່ກັນ ແລະ ກັນໃຫ້ແໜ້ນແຟ້ນ. ນອກຈາກນີ້ ກໍເພື່ອປັບປຸງເສດຖະກິດການທ່ອງທ່ຽວໃຫ້ກວ້າງໄກຂຶ້ນ.
ໃນການແຂ່ງຂັນຈະມີການຈັດຢ່າງຍິ່ງໃຫຍ່ຕະຫຼອດ, ຖືໄດ້ວ່າເປັນມະຫະກໍາກິລາທີ່ໂດດເດັ່ນທີ່ສຸດ ເພາະຈັດຂຶ້ນແຕ່ປະເພດກິລາສະໄໝກ່ອນ ແລະ ການແຂ່ງຂັນຈະມີຫຼາຍປະເພດທີ່ໜ້າສົນໃຈ ທີ່ບໍ່ເຄີຍພົບເຄີຍເຫັນຈາກງານແຂ່ງຂັນອື່ນ ພ້ອມທັງມີສະມາຊິກກວ່າ 30 ປະເທດເຂົ້າຮ່ວມ.


ໃນຊ່ວງປີ 1206 ມີຕໍານານໄດ້ກ່າວໄວ້ວ່າ: ປະເທດມົງໂກເລຍ ໄດ້ສະແດງອຳນາດໃຫ້ກອງທັບທົ່ວໂລກໃຫ້ໄດ້ຮັບຮູ້ ເຖິງປະເທດເຂົາຈະບໍ່ມີດິນແດນເປັນຫຼັກເປັນແຫຼ່ງ ຂະຫຍາຍອານາຈັກໄປເລື້ອຍໆ ແຕ່ເມື່ອເວລາພວກເຂົາຢູ່ເທິງຫຼັງມ້າແລ້ວນັ້ນ ກອງທັບໃດກໍບໍ່ສາມາດຕໍ່ຕ້ານພວກເຂົາໄດ້. ຕໍ່ມາກໍກາຍເປັນຊົນຊາດທີ່ຍິ່ງໃຫຍ່, ມີກໍາລັງທີ່ເຂັ້ມແຂງສາມາດຂະຫຍາຍອານາເຂດໄດ້ຢ່າງບໍ່ຢຸດຢັ້ງ, ໄດ້ຮັບໄຊຊະນະການຕໍ່ສູ້ສົງຄາມເກືອບທຸກຄັ້ງ ແລະ ໄດ້ຂະຫຍາຍອານາເຂດໄປເລື້ອຍໆ ເຊິ່ງເອີ້ນອີກຢ່າງໜຶ່ງກໍຄືກຸ່ມຊົນຊາດບໍ່ມີທີ່ຢູ່ອາໄສຢ່າງເປັນຫຼັກເປັນແຫຼ່ງ.

ປະເທດຄີກິດສະຖານ ຕ່າງຈາກມົງໂກເລຍ ເພາະເປັນປະເທດທີ່ມີດິນແດນເປັນຂອງຕົນເອງຢ່າງຊັດເຈນ ເຊິ່ງເປັນສາເຫດທີ່ປະເທດມົງໂກເລຍ ຈະກະຈາຍດິນແດນໄປທີ່ປະເທດຕ່າງໆ ແລະ ເຮັດໃຫ້ຄົນບາງກຸ່ມອາດຈະຍັງອົບພະຍົບມາບໍ່ໝົດ ເຮັດໃຫ້ຫຼາຍຊົນເຜົ່າແຈກຢາຍ ແລະ ບໍ່ມີທີ່ຢູ່ອາໄສ.


ມາຮອດປັດຈຸບັນ ປະທານາທິບໍດີ Almazbek Atambayev ໄດ້ກ່າວວ່າ: ເຖິງເວລາແລ້ວທີ່ຊົນຊາດອື່ນຄວນໃຊ້ພາສາດຽວກັນ ຫຼື ສາມັກຄີປອງດອງກັນ ເພື່ອເປັນການດີຕໍ່ການສື່ສານກັນ ແລະ ສ້າງອະນາຄົດໄປພ້ອມໆກັນ. ສະນັ້ນ ຈຶ່ງມີການຈັດມະຫະກໍາກິລາບູຮານນີ້ຂຶ້ນ, ເລີ່ມຈັດຕັ້ງທໍາອິດແມ່ນປີ 2014 ເຊິ່ງຈະມີຊົນເຜົ່າບໍ່ມີທີ່ຢູ່ອາໄສຢ່າງເປັນຫຼັກແຫຼ່ງໃນ ຢຸໂຣບ ມາແຂ່ງຂັນນຳອີກດ້ວຍ ພິເສດໃນການແຂ່ງຂັນຢູ່ບ່ອນນີ້ຈະບໍ່ຄືກັບການແຂ່ງຈາກບ່ອນອື່ນໆ.


ຂອບໃຈຂໍ້ມູນຈາກ:
https://www.facebook.com/worldnomadgames2018/?ref=page_internal