ຕ້ອງມີເງິນຫຼາຍເທົ່າໃດຈຶ່ງຈະເອີ້ນວ່າມະຫາເສດຖີ, ນິຍາມຄຳວ່າມະຫາເສດຖີທີ່ໂລກເຂົ້າໃຈແມ່ນຄົນທີ່ມີຊັບສິນລວມຫຼາຍກວ່າ 1.000 ລ້ານໂດລາ ຂຶ້ນໄປ.
ເຄີຍເດົາຫຼິ້ນໆບໍ່ວ່າ ປະເທດໃດທີ່ມີມະຫາເສດຖີຫຼາຍທີ່ສຸດໃນໂລກ? ມື້ນີ້ເຮົາມາຮູ້ນຳກັນ
- ສະຫະລັດອະເມຣິກາ: ມີມະຫາເສດຖີລວມທັງໝົດ 735 ຄົນ, ຄົນທີ່ລວຍທີ່ສຸດແມ່ນ Elon Musk ແລະ ເປັນທັງຄົນທີ່ລວຍທີ່ສຸດໃນໂລກ ເຊິ່ງມີມູນຄ່າຊັບສິນລວມທັງໝົດ 189,2 ພັນລ້ານໂດລາ.

- ຈີນ: ມີທັງໝົດ 495 ຄົນ (ບໍ່ລວມຮ່ອງກົງ ແລະ ໄຕ້ຫວັນ), ຄົນທີ່ລວຍທີ່ສຸດແມ່ນ Zhong Shanshan ທີ່ມີຊັບສິນ 66,3 ພັນລ້ານໂດລາ.

- ອິນເດຍ: ມີ 169 ຄົນ, ຄົນທີ່ລວຍທີ່ສຸດແມ່ນ Mukesh Ambani ທີ່ມີຊັບສິນທັງໝົດ 85 ພັນລ້ານໂດລາ.

- ເຢຍລະມັນ: ມີ 126 ຄົນ ເຊິ່ງຄົນທີ່ລວຍທີ່ສຸດແມ່ນ Dieter Schwarz ທີ່ມີມູນຄ່າຊັບສິນ 44,2 ພັນລ້ານໂດລາ.

- ຣັດເຊຍ: ມີທັງໝົດ 105 ຄົນ, ຄົນທີ່ລວຍທີ່ສຸດແມ່ນ Andrey Melnichenko ມີມູນຄ່າຊັບສິນລວມ 15,8 ພັນລ້ານໂດລາ.

- ຮ່ອງກົງ: 66 ຄົນ, ຄົນທີ່ລວຍທີ່ສຸດແມ່ນ Li ka-shing ເຊິ່ງມີມູນຄ່າຊັບສິນລວມ 38,3 ພັນລ້ານໂດລາ.

- ອິຕາລີ: 64 ຄົນ, ເຊິ່ງ Giovanni Ferrero ເປັນຄົນທີ່ມີມູນຄ່າຊັບສິນຫຼາຍທີ່ສຸດ ຢູ່ທີ່ 40 ພັນລ້ານໂດລາ.

- ແຄນາດາ: 63 ຄົນ ເຊິ່ງຄົນທີ່ມີຊັບສິນຫຼາຍທີ່ສຸດແມ່ນ David Thomson ທີ່ມີມູນຄ່າຊັບສິນ 57,8 ພັນລ້ານໂດລາ.

ທີ່ມາ:
– https://cutt.ly/G5heE55
– https://www.forbes.com/billionaires/
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/