ລັດຖະບານປັກກິ່ງ ໃຫ້ຂໍ້ມູນກັບກຸ່ມປະເທດທີ່ຢູ່ທາງຕອນລຸ່ມແມ່ນໍ້າຂອງ ວ່າຈະລົດການປ່ອຍນ້ຳຈາກເຂື່ອນໃນມົນທົນຢູນານ “ແກ່ຍາວເອົາເກືອບໝົດເດືອນນີ້”. ດ້ວຍເຫດຜົນ ເລື່ອງການສ້ອມແປງປັບປຸງ ເລີຍເພີ່ມຄວາມກັງວົນເລື່ອງໄພແຫ້ງແລ້ງ.
ສໍານັກຂ່າວຕ່າງປະເທດ ລາຍງານຈາກພະນົມເປນ ປະເທດມຽນມາ ເມື່ອວັນທີ 6 ມັງກອນ 2021 ວ່າ: ຄະນະກໍາມາທິການແມ່ນ້ຳຂອງ (ເອັມອາຊີ) ເຊິ່ງສະມາຊິກປະກອບດ້ວຍກໍາປູເຈຍ, ຫວຽດນາມ, ລາວ, ແລະ ໄທ. ໃນຂະນະດຽວກັນ ໄດ້ມີການອອກມາຖະແຫຼງຂ່າວເມື່ອວັນພຸດທີ່ຜ່ານມານີ້ວ່າ: ໄດ້ຮັບແຈ້ງການຈາກປະເທດຈີນ ກ່ຽວກັບການລົດລະບາຍນ້ຳລົງຈາກເຂື່ອນ ຈຶ່ງຫົງ ເຊິ່ງຕັ້ງຢູ່ໃນບໍລິເວນເທິງສຸດຂອງແມ່ນ້ຳຂອງໃນມົນທົນຢູນານ ທາງຕາເວັນອອກສ່ຽງໃຕ້ຂອງປະເທດຈາກ 1,904 ລູກບາດຕໍ່ວິນາທີເຫຼືອພຽງ 1,000 ລູກບາດຕໍ່ວິນາທີ, ຄິດເປັນສັດສ່ວນປະມານ 47% ລະຫວ່າງວັນທີ 5 ເຖິງ ວັນທີ 24 ມັງກອນນີ້.

ລັດຖະບານຈີນໄດ້ອະທິບາຍເຖິງເຫດຜົນທີ່ຈະລະບາຍນໍ້າຍ້ອນວ່າ: ເພື່ອເປັນການສ້ອມບໍາລຸງສາຍສົ່ງໂຄງຂາຍລະບົບໄຟຟ້າ ແລະ ຢືນຢັນອີກວ່າ: ການລະບາຍນ້ຳຈະກັບຄືນສູ່ສະພາບປົກກະຕິທັນທີທີ່ຄົບກໍານົດ.
ເອັມອາຊີ ກ່າວວ່າ: ເລີ່ມສັງເກດຄວາມປ່ຽນແປງຂອງລະດັບນ້ຳລົດໃນຕອນລຸ່ມສຸດແມ່ນ້ຳຂອງ ຕັ້ງແຕ່ວັນທີ 31 ທັນວາ 2020 ທີ່ຜ່ານມາ ໂດຍລະດັບນ້ຳລົດລົງປະມານ 1.2 ແມັດ. ເຊິ່ງມັນສົ່ງຜົນກະທົບໃຫ້ແກ່ຊາວປະມົງພໍສົມຄວນ.
ອີກປະການໜຶ່ງ ຈີນ ແລະ ເອັມອາຊີໄດ້ລົງນາມຮ່ວມກັນເມື່ອເດືອນຕຸລາປີທີ່ແລ້ວ ວ່າດ້ວຍການທີ່ລັດຖະບານປັກກິ່ງຈະແບ່ງປັນຂໍ້ມູນທາງອຸທົກກະສາດ ແລະ ພູມສາດ ພາຍໃນໄລຍະເວລາ 12 ເດືອນນັບຈາກນີ້ ສະມາຊິກເອັມອາຊີ ຈະສາມາດສັງເກດ ແລະ ວິເຄາະລະດັບນ້ຳຂອງ ຕະຫຼອດຈົນສະຖານະການໄພແຫ້ງແລ້ງໄດ້ຢ່າງປະສິດທິພາບ.
ຂອບໃຈຮູບພາບຈາກ: Getty Image