Eric Balchunas ນັກວິເຄາະອາວຸໂສຂອງ Bloomberg ETFs ໄດ້ອອກມາແບ່ງປັນຂໍ້ມູນຜ່ານແພລັດຟອມ X ໂດຍລະບຸວ່າ ໃນປັດຈຸບັນ ກອງທຶນ Spot Bitcoin ETFs ທັງໝົດ 9 ກອງທຶນໄດ້ເຮັດປະລິມານການຊື້ຂາຍລວມທະລຸ 2.4 ຕື້ໂດລາສະຫະລັດ. ຫຼັງຈາກທີ່ລາຄາ Bitcoin ເພີ່ມຂຶ້ນເຖິງລະດັບ 56,000 ໂດລາຢ່າງໄວວາ. ການທໍາລາຍສະຖິຕິດັ່ງກ່າວບໍ່ພຽງແຕ່ທໍາລາຍສະຖິຕິການຊື້ຂາຍໃນມື້ທໍາອິດຂອງການຂາຍ ETF, ແຕ່ມັນຍັງເຮັດໃຫ້ຄ່າສະເລ່ຍສຳລັບການຊື້ຂາຍລາຍວັນເພີ່ມຂຶ້ນເຖິງສອງເທົ່າ.
Balchunas ກ່າວວ່າ ການເຄື່ອນໄຫວໃນຄັ້ງນີ້ໄດ້ເຮັດໃຫ້ Bitcoin ETF ທີ່ໃຫຍ່ທີ່ສຸດຄື iShares Bitcoin ETF ຂອງ BlackRock (IBIT) ມີປະລິມານການຊື້ຂາຍເພິ່ມຂຶ້ນແຕະ 1.3 ຕື້ ຫຼື ຫຼາຍກວ່າ 50% ຂອງປະລິມານການຊື້ຂາຍທັງໝົດ. ໂດຍປະລິມານການຊື້ຂາຍໄດ້ທຳລາຍສະຖິຕິກ່ອນໜ້ານີ້ທີ່ 1,3 ຕື້ໂດລາ ຫຼື ປະມານ 30% ຂອງປະລິມານການຊື້ຂາຍທັງໝົດ. ທັງນີ້, ປະລິມານການຊື້ຂາຍຂອງ IBIT ຍັງໄດ້ຕິດເປັນອັນດັບທີ 11 ໃນບັນດາ ETF ແລະ ອັນດັບທີ 25 ໃນບັນດາຮຸ້ນທີ່ຂາຍຢູ່ໃນຕະຫຼາດທັງໝົດອີກດ້ວຍ.

ເຖິງແມ່ນວ່າຫຼັງຈາກການເປີດຕົວ Bitcoin ETF ໃນວັນທີ 11 ມັງກອນທີ່ຜ່ານມາ ໄດ້ມີການໄຫຼເຂົ້າຂອງເມັດເງິນລວມ 6 ຕື້ໂດລາ, ແຕ່ມັນກໍຍັງເປັນທີ່ໜ້າຜິດຫວັງສຳລັບນັກລົງທຶນເນື່ອງຈາກວ່າລາຄາຂອງ Bitcoin ບໍ່ໄດ້ເພີ່ມຂຶ້ນຫຼາຍ. ແຕ່ຄວາມສໍາເລັດໃນຄັ້ງນີ້ຖືເປັນການຢືນຢັນວ່າກອງທຶນ ETFs ສາມາດດຶງດູດນັກລົງທຶນຈໍານວນຫຼາຍເຂົ້າມາ ແລະ ເປັນແນວໂນ້ມເຊີງບວກທີ່ຈະສາມາດເຮັດຜົນກຳໄລໄດ້ໃນອະນາຄົດ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/