ປະມູນຈົບທີ່ 1.9 ລ້ານໂດລາ ກັບຕົ້ນສະບັບປົກປຶ້ມ Harry Potter


ຮູບແຕ້ມຕົ້ນສະບັບປຶ້ມຊື່ດັງຢ່າງ Harry Potter stone philosopher ຖືກປະມູນໄປໃນລາຄາ 1.9 ລ້ານໂດລາ ແຕ່ກ່ອນໜ້ານີ້ເຄີຍຖືກນຳອອກມາປະມູນຄັ້ງທຳອິດໃນປີ 2001 ກ່ອນທີ່ປຶ້ມຊຸດ Harry Potter ຈະອອກມາຄົບທຸກພາກ ເຊິ່ງຕອນນັ້ນຖືກປະມູນໄປໃນລາຄາ 85,750 ປອນ ຫຼືປະມານ 90,000 ໂດລາ.

ໂດຍຮູບແຕ້ມຕົ້ນສະບັບ Harry Potter ຖືກແຕ້ມໂດຍ Thomas Taylor ນັກແຕ້ມຮູບປະກອບໃນປີ 1997 ເຊິ່ງໃນຕອນນັ້ນລາວອາຍຸພຽງ 23 ປີ ໂດຍໃຊ້ສີນ້ຳແບບເຂັ້ມຂຸ້ນ, ຕັດດ້ວຍເສັ້ນສໍດຳ ແລະ ໃຊ້ເວລາຫຼາຍກວ່າ 2 ມື້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/