ປະທ້ວງພາສີແພງ! ຊາວເຄນຢາປະທ້ວງໂດຍການເຜົາລັດຖະສະພາ


ເມື່ອວັນທີ 25 ມິຖຸນາ 2024 ເກີດຄວາມວຸ້ນວາຍຄັ້ງໃຫຍ່ໃນປະເທດເຄນຢາ ເມື່ອປະຊາຊົນທົ່ວປະເທດໄດ້ລຸກຮືຂຶ້ນມາຊຸມນຸມການປະທ້ວງແຜນການຂຶ້ນພາສີຂອງລັດຖະບານ ເຊິ່ງມີເປົ້າໝາຍການເກັບພາສີເພີ່ມ 2.7 ພັນລ້ານໂດລາ ເພື່ອແບ່ງເບົາພາລະໜີ້ຂອງປະເທດ.

ການຊຸມນຸມປະທ້ວງລຸກລາມໄປຫຼາຍເມືອງໃນປະເທດ ເຄນຢາ ໂດຍເຈົ້າໜ້າທີ່ໄດ້ໃຊ້ແກ໊ສນ້ຳຕາສະຫຼາຍການຊຸມນຸມປະທ້ວງ ແຕ່ຕໍ່ມາຝູງຊົນໄດ້ເຂົ້າໄປປະທະກັບຕຳຫຼວດເພື່ອບຸກໂຈມຕີລັດຖະສະພາ ກ່ອນທີ່ຈະຈູດໄຟເຜົາບາງສ່ວນຂອງອາຄານ ລວມໄປຮອດການທຳລາຍຊັບສິນພາຍໃນ.

ຈຶ່ງເປັນເຫດໃຫ້ເຈົ້າໜ້າທີ່ໄດ້ໃຊ້ລູກປືນແທ້ໃນການຍິງຜູ້ປະທ້ວງ ເບື້ອງຕົ້ນມີຜູ້ປະທ້ວງຢ່າງໜ້ອຍ 5 ຄົນຖືກຍິງເສຍຊີວິດ ແລະ ມີຜູ້ບາດເຈັບອີກ 31 ຄົນໃນລະຫວ່າງການປະທ້ວງ ໂດຍຜູ້ປະທ້ວງໄດ້ກ່າວວ່າ “ມີບາງຢ່າງທີ່ເຂົ້າໃຈໄດ້ຍາກຫຼາຍເຊັ່ນ ຈະເກັບພາສີເຂົ້າຈີ່ເພິີ່ມ 16% ເຮັດໄດ້ຈັ່ງໃດ ແລະ ຈະເກັບພາສີຜ້າອະນາໄມ ຄິດຫຍັງຢູ່!”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/