Ivan Rakitic ຍອດກອງກາງອະດີດນັກເຕະ ບາເຊໂລນາ ແກ້ໂສ້ງແກ້ເສື້ອໃຫ້ແຟນບານໝົດເລີຍ ຫຼັງຈາກປະທັບໃຈທີ່ໄດ້ກັບມາຢາມຖິ່ນເກົ່າ ທີ່ບາເຊໂລນາ.
ເຫດການນີ້ເກີດຂຶ້ນໃນການແຂ່ງຂັນ ລາລີກ້າ ສະເປນ ໃນເກມທີ່ ບາເຊໂລນາ ເປີດບ້ານຕ້ອນຮັບການມາຍາມຂອງ ເຊບີຍ່າ. ການແຂ່ງຈົບລົງໂດຍທີ່ບາເຊໂລນາສາມາດເອົາຊະນະໄປໄດ້ດ້ວຍຜົນສະກໍ 1 ປະຕູຕໍ່ 0 ຈາກປະຕູໄຊຂອງໜຸ່ມນ້ອຍແຫ່ງຍຸກ Pedri (ເປ ດຣີ) ໃນນາທີທີ່ 72 ພ້ອມພາບາເຊໂລນາ ກ້າວຂຶ້ນສູ່ອັນກັບສອງຂອງລີກ.

ແຕ່ Highlight ຂອງເກມນັດນີ້ ແມ່ນເກີດຂຶ້ນຫຼັງເກມຈົບ ທີ່ Ivan Rakitic ໄດ້ແລ່ນໄປຫາແຟນບານ ແລ້ວແກ້ໂສ້ງແກ້ເສື້ອໃຫ້ແຟນບານ ບາເຊໂລນາ ເພື່ອໃຫ້ເປັນທີ່ລະນຶກ ແລະ ຂອບໃຈແຟນບານທີ່ໃຫ້ການຕ້ອນຮັບເປັນຢ່າງດີ. ເອີ້ນໄດ້ວ່າເທື່ອນີ້ແກ້ຈົນເຫຼືອແຕ່ສະຫຼິບຜືນດຽວເມືອເຮືອນກັນເລີຍ.

ສຳລັບ Ivan Rakitic ແມ່ນໄດ້ຍ້າຍມາຫຼິ້ນໃຫ້ ບາເຊໂລນາ ໃນ ປີ 2014-2020 ເຊິ່ງຕະຫຼອດເວລາທີ່ຢູ່ບາເຊໂລນາ Rakitic ແມ່ນເປັນກຳລັງສຳຄັນໃຫ້ທີມມາຕະຫຼອດ ແລະ ພາບາເຊໂລນາຄວ້າແຊັ້ມໄດ້ທັງໝົດ 13 ຖ້ວຍແຊັ້ມ ແບ່ງເປັນ ແຊັ້ມ La Liga 4 ສະໄໝ, ແຊັ້ມ Copa DeRey 4 ສະໄໝ, Supercopa de Espana 2 ສະໄໝ, UEFA Champion League 1ສະໄໝ, European Super Cup 1 ສະໄໝ ແລະ Club World Cup ອີກ 1 ສະໄໝ.
ຄລິບ: https://cutt.ly/EFqALVt
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/