ໃນແຕ່ລະປີເຫດການ ໄຟໄໝ້ ປ່າມັກຈະເກີດຂຶ້ນຢູ່ເລື້ອຍໆ ເຮັດໃຫ້ສິ່ງທີ່ມີຊີວິດຕ້ອງສູນຫາຍຕາຍຈາກ ຫຼື ຢູ່ໃນກຸ່ມໃກ້ສູນພັນ, ລະບົບນິເວດຖືກທໍາລາຍ, ສິ່ງແວດລ້ອມກາຍເປັນມົນລະພິດ ເຊິ່ງສິ່ງດັ່ງກ່າວນີ້ແມ່ນເກີດມາຈາກພາວະໂລກຮ້ອນ ແລະ ສະພາບພູມອາກາດທົ່ວໂລກປ່ຽນແປງ ໂດຍຕົ້ນຕໍແມ່ນສີມືຂອງມະນຸດເຮົາ ແລະ ປ່າອະເມຊອນເອງກໍເປັນໜຶ່ງໃນຜືນປ່າທີ່ມັກຈະເກີດເຫດການໄຟໄໝ້ປ່າຢູ່ປະຈໍາ.

ເພາະເມື່ອວັນທີ 26 ສິງຫາ 2022 ສຳນັກຂ່າວຕ່າງປະເທດໄດ້ລາຍງານສະຖານະການໄຟໄໝ້ປ່າໃນເຂດອະເມຊອນ ຜືນປ່າຂະໜາດໃຫຍ່ໃນບຣາຊິລທີ່ປຽບເໝືອນ “ປອດຂອງໂລກ” ກໍາລັງປະເຊີນວິກິດໄຟປ່າຮຸນແຮງໃນຮອບ 15 ປີ ເຊິ່ງເມື່ອວັນຈັນ ທີ 22 ສິງຫາທີ່ຜ່ານມາ ໜ່ວຍງານດ້ານອະວະກາດແລະພູມສາດຂອງບຣາຊິລ ຫຼື INPE ໄດ້ເຜີຍວ່າ ດາວທຽມກວດພົບໄຟປ່າຫຼາຍເຖິງ 3,358 ຈຸດໃນຜືນປ່າອະເມຊອນ ນັບເປັນສະຖິຕິຫຼາຍທີ່ສຸດໃນໄລຍະ 24 ຊົ່ວໂມງ ເຊິ່ງເປັນເຫດການຄັ້ງຮຸນແຮງສຸດໃນຮອບ 15 ປີ ຫຼື ນັບຕັ້ງແຕ່ເດືອນກັນຍາປີ 2017.

ຜູ້ຊ່ຽວຊານເຜີຍວ່ານອກຈາກພາວະໂລກຮ້ອນ ແລະການປ່ຽນແປງສະພາບພູມອາກາດແລ້ວ ສາເຫດຫຼັກຂອງໄຟປ່າໃນອະເມຊອນຍັງມາຈາກການກະສິກໍາປູກຝັງແລະລ້ຽງສັດແບບຜິດກົດໝາຍ ເພາະປະຊາຊົນໃນພື້ນທີ່ ແລະພາກທຸລະກິດໄດ້ມີການກຽມທີ່ດິນແລະມີການຈູດໄຟເຜົາຕົ້ນໄມ້. ນອກຈາກນີ້ ຜູ້ຊ່ຽວຊານຍັງບອກອີກວ່າ ໂດຍທົ່ວໄປແລ້ວເດືອນສິງຫາທີ່ປ່າເປັນລະດູໄຟປ່າ ມີສາເຫດມາຈາກສະພາບອາກາດທີ່ຮ້ອນຮຸນແຮງ ແລະ ແຫ້ງແລ້ງຫຼາຍຂຶ້ນ.

ເຊິ່ງກ່ອນໜ້ານີ້ INPE ໄດ້ກວດພົບໄຟປ່າ 5,373 ຈຸດເມື່ອເດືອນກໍລະກົດທີ່ຜ່ານມາ ເຊິ່ງເພີ່ມສູງຂຶ້ນຈາກເດືອນກໍລະກົດປີ 2021 ເຖິງ 8% ແລະໃນເດືອນສິງຫາຂອງປີນີ້ກວດພົບໄຟປ່າແລ້ວ 24,124 ຈຸດ ຕະຫຼອດທັງເດືອນນີ້ ເຊິ່ງນັບເປັນເຫດໄຟປ່າທີ່ຮຸນແຮງທີ່ສຸດພາຍໃຕ້ການບໍລິຫານປະເທດຂອງປະທານາທິບໍດີ Jair Bolsonaro ທີ່ເຂົ້າຮັບຕໍາແໜ່ງຜູ້ນໍາຂອງປະເທດຕັ້ງແຕ່ເດືອນ ມັງກອນປີ 2019.

Bolsonaro ນັ້ນເປັນຜູ້ນໍາຂອງບຣາຊິລທີ່ມີຄວາມໃກ້ຊິດກັບພາກທຸລະກິດ ແລະ ການລົງທຶນ, ຕະຫຼອດໄລຍະເວລາການບໍລິຫານປະເທດຂອງ Bolsonaro ລາວມັກຈະສະໜັບສະໜູນການປ່ຽນແປງພື້ນທີ່ໃຫ້ກາຍເປັນພື້ນທີ່ການລົງທຶນ ເຊິ່ງນັ້ນເຮັດໃຫ້ອັດຕາການຕັດໄມ້ທຳລາຍປ່າໃນອະເມຊອນເພີ່ມສູງຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment