“ນາງ ບຸນມີ ສົມທະລາ” ພິການຂາແຕ່ບໍ່ພິການໃຈ ອາດຈະມີໃນບາງຄັ້ງທີ່ໝົດກຳລັງໃຈແຕ່ກໍຍັງສູ້ຊົນຕໍ່ໄປ ເພາະເປັນຄົນພິການມາຕັ້ງແຕ່ອາຍຸຍັງນ້ອຍປະມານ 7 ປີ, ແຕ່ເມື່ອເຕີບໃຫຍ່ຂຶ້ນມາກໍຮູ້ສຶກລຶ້ງເຄີຍກັບສິ່ງທີ່ເປັນຢູ່ ເລີຍສາມາດເຮັດໄດ້ຫຼາຍໆຢ່າງຄືກັບຄົນອື່ນໆໄດ້. ປັດຈຸບັນ ມີທຸລະກິດເປັນຂອງຕົນເອງ ແລະ ເປັນໜຶ່ງໃນທີມຂອງນັກກິລາບານບ້ວງທີມຍິງ ທີ່ໄດ້ໄປແຂ່ງຂັນລະດັບນານາຊາດ ແລ້ວທາງທີມນັກກິລາບານບ້ວງກໍໄດ້ຮັບຫຼຽນອັນຊົງກຽດມາຄອບຄອງ ສ້າງຊື່ສຽງໃຫ້ແກ່ປະເທດຊາດບ້ານເມືອງ ລວມທັງຄົນໃນທີມກໍເຊັ່ນດຽວກັນ.

ນາງ ບຸນມີ ສົມທະລາ ໄດ້ເລົ່າປະສົບການຊີວິດເຖິງເຫດການທີ່ເກີດຂຶ້ນວ່າເປັນຍ້ອນຫຍັງຈຶ່ງພິການຂາ ເຊິ່ງລາວກໍໄດ້ເລົ່າວ່າໄດ້ໄປສັກຢາທີ່ໂຮງໝໍແຫ່ງໜຶ່ງ ໄລຍະຕໍ່ມາກັບກາຍເປັນວ່າຂາບໍ່ສາມາດເໜັງຕີງໄດ້. ຈາກນັ້ນ ກໍໄດ້ໃຊ້ຊີວິດກັບຄອບຄົວ ແລ້ວກໍໄດ້ປິ່ນປົວຢູ່ສູນຄົນພິການ.

ຄວາມຮູ້ສຶກທີ່ໄດ້ສຳຜັດກັບເຫດການນີ້ ເຮັດໃຫ້ສະພາບທາງຈິດໃຈບໍ່ສາມາດມີຄວາມສຸກໄດ້ໃນໄລຍະທຳອິດ ໄດ້ຜ່ານຜ່າອຸປະສັກຕ່າງໆນານາ ມີຄວາມຮູ້ສຶກທໍ້ໃນບາງຄັ້ງຄາວ, ແຕ່ພໍໄດ້ຮຽນຮູ້ ແລະ ລຶ້ງເຄີຍກັບການໃຊ້ຊີວິດແບບນີ້ແລ້ວ ກໍຄ່ອຍໆຢູ່ກັບມັນໄດ້ຄືກັບບຸກຄົນອື່ນໆທີ່ສາມາດໃຊ້ຊີວິດທົ່ວໄປ. ເມື່ອຜ່ານໄປຫຼາຍປີ ກໍເຕີບໃຫຍ່ຂຶ້ນເປັນອີກບາດກ້າວອັນສຳຄັນຕໍ່ກັບຊີວິດ, ຮ່ຳຮຽນສຶກສາຄືກັບຄົນອື່ນໆ ແລະ ສາມາດເຮັດຫຼາຍສິ່ງທີ່ເຮົາຢາກເຮັດໄດ້. ພ້ອມກັນນີ້ ຍັງໄດ້ເປັນນັກທຸລະກິດ ໂດຍມີທຸລະກິດເປັນຂອງຕົນເອງ ເຊິ່ງເປັນບໍລິສັດຂົນສົ່ງເຄື່ອງ ຊື່ວ່າ “ບໍລິສັດ ລາວໂກເດັນ ໂຮສ ສາກົນ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ Lao Golden Horse International Impart-Export Solo Co, Ltd”.

ນອກຈາກນີ້ ກໍໄດ້ໄປສອນໃຫ້ກັບສູນຄົນພິການຕ່າງໆໃນນະຄອນຫຼວງວຽງຈັນ ແລະ ຕາມໂຮງຮຽນຄົນພິການນຳອີກດ້ວຍ ເຊັ່ນ ໂຮງຮຽນຄົນພິການຢູ່ສີເກີດ. ຈາກນັ້ນ ກໍໄດ້ໄປຊ່ວຍຢູ່ສະໂມສອນສີທອງ ເປັນການສອນທີ່ກ່ຽວກັບວັດສະດຸເຫຼືອໃຊ້ ສາມາດນຳເອົາຄວາມຮູ້ທີ່ໄດ້ສຶກສາຮ່ຳຮຽນມາ ໄປຖອດຖອນໃຫ້ກັບຜູ້ພິການຕາມສູນ ແລະ ໂຮງຮຽນຕ່າງໆ.

ໃນດ້ານການສຶກສາ ຫຼັງຈາກທີ່ຈົບການສຶກສາການບໍລິຫານແລ້ວ ກໍໄດ້ຮຽນວິຊາຊີບໄອທີຕໍ່ອີກ. ຈາກນັ້ນ ກໍໄດ້ມາເຮັດວຽກໃຫ້ກັບໂຄງການ ເຮັດລໍ້ແຈກຄົນພິການທົ່ວປະເທດ. ໂຄງການທີ່ໄດ້ເຮັດແມ່ນໄດ້ຮ່ວມກັບຄົນອາເມຣິກາ ທີ່ພວກເພິ່ນເອົາທຶນມາໃຫ້ແລ້ວນຳທຶນນີ້ໄປເຮັດລໍ້ມາແຈກຄົນພິການ ສະເລ່ຍເດືອນລະຫຼາຍຄັນກໍວ່າໄດ້ ເຊິ່ງຈະແຈກໃຫ້ແຕ່ລະແຂວງ. ຫຼັງຈາກເຮັດວຽກກັບໂຄງການໄດ້ປະມານ 1 ປີ ກັບ 6 ເດືອນ ແລ້ວໂຄງການກໍໝົດ, ຈາກນັ້ນ ກໍໄດ້ພັກວຽກ ແລ້ວຫັນມາສູ່ການເຮັດທຸລະກິດເປັນຂອງຕົນເອງ ເຊິ່ງໄດ້ເຮັດທຸລະກິດຂາຍເຄື່ອງປະດັບຢູ່ທີ່ຕະຫຼາດເຊົ້າ, ໄດ້ເຮັດທັງຮ້ານກາເຟ ແລະ ຮ້ານແລກປ່ຽນເງິນຢູ່ທີ່ສີຫອມ (ເຮັດເປັນທຸລະກິດຂອງຕົນເອງ). ຈາກນັ້ນ ບໍ່ໄດ້ສຶືບຕໍ່ເຮັດຮ້ານແລກປ່ຽນເງິນ ເພາະມີບັນຫາບາງຢ່າງ ຈຶ່ງໄດ້ຫັນມາສູ່ການເຮັດໂຮງແຮມ 1M ຢູ່ໜ້າວັດອິນແປງ.

ໃນໄລຍະເຮັດໂຮງແຮມແມ່ນໄດ້ໄປຫຼິ້ນກິລາ ຢູ່ປະເທດໄທ ເຊິ່ງເປັນກິລາບານບ້ວງ ເພາະປົກກະຕິກໍເປັນຄົນທີ່ມັກກິລານີ້ຢູ່ແລ້ວ. ພ້ອມກັນນີ້ ກໍໄດ້ເປັນຕົວແທນຮ່ວມກັບທີມບານບ້ວງຍິງພິການທຳອິດຂອງລາວ ກັບການແຂ່ງກິລາບານບ້ວງລໍ້ເລື່ອນຄົນພິການ ASEAN PARA GAMES ຄັ້ງທີ 11 ທີ່ນະຄອນ ໂຊໂລປະເທດ ອິນໂດເນເຊຍ ເຊິ່ງກໍໄດ້ໄຊຊະນະມາໃນຄັ້ງນີ້.

ສຸດທ້າຍນີ້ ນາງ ບຸນມີ ສົມທະລາ ຍັງໄດ້ໃຫ້ກຳລັງໃຈຕໍ່ກັບຄົນທີ່ທໍ້ຖອຍ ຄິດວ່າຕົນເອງນັ້ນບໍ່ມີທາງອອກວ່າ “ຢາກໃຫ້ແນມເບິ່ງພວກເຮົາ ເຖິງພວກເຮົາຈະບໍ່ມີຂາທີ່ສົມບູນແບບ ແຕ່ກໍສາມາດເຮັດໃນສິ່ງທີ່ຕົນເອງມັກໄດ້ ເຮັດທຸກສິ່ງທີ່ສາມາດລ້ຽງຊີບຕົນເອງໄດ້, ເພິ່ງພາຕົນເອງໄດ້ ແລະ ສາມາດເຮັດໃຫ້ຄົນໃນປະເທດພູມໃຈໄດ້ ນັ້ນກໍຄືການເປັນໜຶ່ງໃນທີມບານບ້ວງ ທີ່ໄໄປແຂ່ງຂັນກິລານານາຊາດ.”

ສາມາດຕິດຕາມ ບຸນມີ ສົມທະລາ ທາງເຟສບຸກໄດ້ທີ່: https://cutt.ly/yXyZ0dT
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment