ໃນວັນທີ 9 ກຸມພາທີ່ຜ່ານມາ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີປະເທດນິວຊີແລນ ມີຄຳສັ່ງຍຸຕິຄວາມສຳພັນທາງການເມືອງ ແລະ ການທະຫານກັບປະເທດມຽນມາ ເປັນປະເທດທຳອິດໃນປະຊາຄົມໂລກ, ຫຼັງຈາກທີ່ກອງທັບມຽນມາກໍ່ລັດຖະປະຫານຍຶດອຳນາດຂອງລັດຖະບານທີ່ມາຈາກການເລືອກຕັ້ງ ເຊິ່ງນຳໂດຍ ອອງຊານ ຊູຈີ ທີ່ກຳລັງຖືກກອງທັບຄວບຄຸມຕົວ ພ້ອມກັບສະມາຊິກລັດຖະບານອີກຫຼາຍຄົນໃນຕອນນີ້, ພ້ອມຍັງຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມປະນາມການກໍ່ລັດຖະປະຫານດັ່ງກ່າວ ແລະ ສະໜັບສະໜູນຂະບວນການຮຽກຮ້ອງປະຊາທິປະໄຕໃນມຽນມາ.

ທາງລັດຖະບານນິວຊີແລນໄດ້ກ່າວເຖິງການກະທຳດັ່ງກ່າວ ແລະ ຈະຍຸຕິຄວາມສຳພັນທາງການເມືອງ-ການທະຫານກັບມຽນມາ, ທຸກໆໂຄງການຊ່ວຍເຫຼືອຂອງນິວຊີແລນທີ່ຈະສົ່ງໄປມຽນມາຈະບໍ່ຖືກນຳໃຊ້ໄປສະໜັບສະໜູນ ຫຼື ສົ່ງເສີມອຳນາດຂອງລັດຖະບານທະຫານຢ່າງແນ່ນອນ. ພ້ອມນັ້ນຍັງປະກາດແບນການເດີນທາງເຂົ້າປະເທດນິວຊີແລນຂອງນາຍທະຫານໃນລະດັບສູງຂອງກອງທັບມຽນມາອີກດ້ວຍ.
