ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ປະເທດໄທ ກຳນົດມາດຕະການຕ່າງໆ ເພື່ອບໍລິຫານຈັດການ ແພັດຟອມ ການຄ້າອອນລາຍ ແລະ ອັອບລາຍ ຈາກຕ່າງປະເທດ ແນໃສ່ການປົກປ້ອງຜູ້ປະກອບການພາຍໃນ.

ອີງຕາມການລາຍງານຂອງ The Standard, ວັນທີ 13 ສິງຫາ 2024, ທ່ານ ໄຊ ວັດຣົງ ໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີໄທ ໄດ້ຖະແຫຼງຂ່າວຫຼັງປະຊຸມຄະນະລັດຖະມົນຕີ ວ່າ: ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ໄດ້ສັ່ງການໃຫ້ ພາກສ່ວນທີ່ກ່ຽວຂ້ອງທັງກະຊວງການຄ້າ, ກະຊວງການເງິນ, ກະຊວງກະສິກໍາ ແລະ ສະຫະກອນ, ກະຊວງເຕັກໂນໂລຊີເພື່ອເສດຖະກິດ ແລະ ສັງຄົມ, ກະຊວງອຸດສາຫະກຳ, ກະຊວງສາທາລະນະສຸກ ແລະ ສຳນັກງານຕຳຫຼວດແຫ່ງຊາດ ເພື່ອກຳນົດມາດຕະການທີ່ຊັດເຈນເປັນຮູບປະທຳໃນການບໍລິຫານຈັດການບໍ່ໃຫ້ການຄ້າອອນລາຍ ແລະ ອັອບລາຍ ຈາກແພັດຟອມຕ່າງປະເທດເຂົ້າກະທົບກັບທຸລະກິດໃນປະເທດໄທ.

ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຄວາມກັງວົນຂອງຜູ້ປະກອບການຂອງໄທ ຕໍ່ກັບການເຂົ້າມາຂອງ Temu ແພັດຟອມຊື້ຂາຍເຄື່ອງອອນລາຍຍັກໃຫຍ່ຈາກປະເທດຈີນ ເຂົ້າມາໃຫ້ບໍລິການຢູ່ໄທ ໂດຍມີຈຸດເດັ່ນ ທີ່ສາມາດຕັດລາຄາໄດ້ຖືກກວ່າຄູ່ແຂ່ງຫຼາຍເທົ່າ.

ໂດຍມາດຕະການຕ່າງໆ ທີ່ ທ່ານ ນາຍົກ ແຫ່ງປະເທດໄທ ໄດ້ສັ່ງໃຫ້ດຳເນີນການ ປະກອບມີ: 1, ການກວດສອບການຈົດທະບຽນທຸລະກິດການ ແລະ ໃບອຸຍາດຕ່າງໆ ເພື່ອດຳເນີນການ ຖ້າຫາກຜູ້ໃດຄ້າຂາຍຜິດກົດໝາຍ ຫຼື ເປັນທຸລະກິດສີເທົາ ຫຼື ບໍ່ໄດ້ຮັບອະນຸຍາດໃນການຂຶ້ນທະບຽນ; 2. ກວດສອບຄຸນນະພາບສິນຄ້າໃຫ້ເປັນໄປຕາມມາດຕະຖານ ເຊັ່ນ: ມາດຕະຖານອາຫານ ແລະ ຢາ (ອຢ), ມາດຕະຖານຜະລິດຕະພັນອຸດສາຫະກຳ ເພື່ອປົກປ້ອງຜູ້ບໍລິໂພກຄົນໄທ ໂດຍສຳນັກງານຄະນະກຳມະການຄຸ້ມຄອງຜູ້ບໍລິໂພກຈະຈະຮັບຜິດຊອບໃນສ່ວນນີ້ ແລະ ປະສານກັບໜ່ວຍງານຕ່າງໆ; 3. ກວດກາໃບອະນຸຍາດການນຳເຂົ້າສິນຄ້າຕ່າງໆ ຈາກຕ່າງປະເທດ ແລະ ການຊຳລະອາກອນຂາເຂົ້າວ່າເສຍພາສີເຂົ້າມາ ຫຼື ບໍ່; 4. ກວດໃບອະນຸຍາດການຕັ້ງໂຮງງານ ໂດຍໃຫ້ກົມໂຮງງານອຸດສາຫະກຳເປັນຜູ້ກວດສອບ. ແຕ່ເຖິງຢ່າງໃດ ກໍຕາມ, ນາຍົກໄທ ໄດ້ເນັ້ນວ່າ ເຖິງຈະມີການກວດສອບ ແຕ່ຂໍໃຫ້ຮັກສາສົມດຸນການຄ້າໃຫ້ເປັນໄປຕາມຂໍ້ຕົກລົງທາງການຄ້າລະຫວ່າງປະເທດ ດູແລສົມດຸນຂອງຜົນປະໂຫຍດໃນການສ້າງຄວາມຍຸດຕິທຳໃຫ້ກັບນັກທຸລະກິດໄທ.

ທີ່ມາ: นายกฯ ออกมาตรการป้องกันแพลตฟอร์มขายของข้ามชาติกระทบไทย ย้ำต้องดูแลสมดุลผลประโยชน์ (thestandard.co)