ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບການເລືອກຕັ້ງ ເປັນຄະນະບໍລິຫານງານ ສະຫະພັນບານເຕະນານາຊາດ ຫຼື FIFA ສົກປີ 2023-2027 ທີ່ ກອງປະຊຸມໃຫຍ່ ສະຫະພັນບານເຕະເອເຊຍ ຄັ້ງທີ 33 ທີ່ປະເທດບາເຣນ.
ໂດຍ ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຖືກສະເໜີຊື່ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າເລືອກຕັ້ງ ໃນຕຳແໜ່ງຄະນະບໍລິຫານງານ FIFA ຫລື FIFA Council Member ໂດຍຕຳແໜ່ງດັ່ງກ່າວແມ່ນຈະເປັນຕົວແທນຈາກທະວີບເອເຊຍ ໃນເວທີບໍລິຫານກິລາບານເຕະລະດັບໂລກ ເຊິ່ງຕົວແທນ ຈາກທະວີບເອເຊຍ ຈະມີ 6 ທ່ານ ທີ່ຕ້ອງຜ່ານການເລືອກຕັ້ງຈາກຊາດສະມາຊິກຂອງ ສະຫະພັນບານເຕະເອເຊຍ.

ເຊິ່ງ 6 ທ່ານທີ່ໄດ້ຮັບການຄັດເລືອກປະກອບມີ:
1. ທ່ານ ນາງກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ
2. ທ່ານ Hamad bin Khalifa bin Ahmed al-Thani ປະທານ ສະຫະພັນບານເຕະກາຕ້າ
3. ທ່ານ Yasser Al-Misehal ປະທານ ສະຫະພັນບານເຕະຊາອຸດີອາຣະເບຍ
4. ທ່ານ Kozo Tashima ປະທານ ສະພັນບານເຕະຍີ່ປຸ່ນ
5. ທ່ານ Mariano V. Araneta ປະທານ ສະຫະພັນບານເຕະຟິລິບປິນ
6. ທ່ານ Datuk Hamidin Mohd Amin ປະທານສະຫະພັນບານເຕະມາເລເຊຍ

ເຊິ່ງ ຄະນະບໍລິຫານງານ ຂອງ FIFA FIFA Council Member ນີ້ໃນແຕ່ລະສົກປີ ຈະປະກອບມີທັງໝົດ 37 ຄົນປະກອບ ມີ: ປະທານຄົນໜຶ່ງ, ຮອງປະທານອີກ 8 ຄົນ ແລະ ສະມາຊິກທັງໝົດ ອີກ 28 ຄົນ. ໂດຍທັງໝົດນີ້ ຈະເຮັດໜ້າທີ່ລົງຄະແນນສຽງ ຕັດສິນໃຈ ໃນການກຳນົດທິດທາງຂອງອົງກອນ ແລະ ກຳນົດ ວັນທີ ສະຖານທີ່ ຫຼື ຮູບແບບຂອງການ ແຂ່ງຂັນ ຫຼື ກິດຈະກຳຕ່າງໆ ທີ່ FIFA ເປັນຄົນຈັດຂຶ້ນ.

ຄວາມສຳເລັດຄັ້ງນີ້ ຖືເປັນອີກໜຶ່ງບາດກ້າວສຳຄັນຂອງວົງການບານເຕະ ລາວ ເນື່ອງຈາກວ່າ ທ່ານ ນາງ ກັນຍາ ແກ້ວມະນີ ຖືເປັນສະມາຊິກຈາກປະເທດລາວຄົນທຳອິດທີ່ ໄດ້ຮັບຕຳແໜ່ງໃນການເປັນຄະນະບໍລິຫານງານ FIFA ເຊິ່ງປັດຈຸບັນຖືວ່າເປັນ ອົງກອນກິລາທີ່ໃຫຍ່ທີ່ສຸດໃນໂລກ ຮັບຜິດຊອບການພັດທະນາກິລາບານເຕະ ແລະ ຈັດການແຂ່ງຂັນກິລາຍອດນິຍົມສູງສຸດໃນໂລກ ກໍຄື ການແຂ່ງຂັນບານໂລກ ຫຼື FIFA World Cup.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/