ເມື່ອກາງເດືອນ ວັນທີ 17 ທັນວາ ທີ່ຜ່ານມາ ໄດ້ມີການຈັດການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນຄັ້ງທີ 9 ຂຶ້ນ (9th ASEAN Quiz, Regional Level) ໂດຍການເປັນເຈົ້າພາບຂອງປະເທດສິງກະໂປ
ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ແມ່ນການແຂ່ງຖາມຕອບຄວາມຮູ້ລະດັບພາກພື້ນຂອງນັກຮຽນມັດທະຍົມປາຍທົ່ວອາຊຽນຖືກຈັດຂຶ້ນສອງປີຕໍ່ຄັ້ງ ໂດຍຄະນະກຳມະການວັດທະນະທຳ ແລະ ຂໍ້ມູນຂ່າວສານອາຊຽນ (ASEAN Committee of Culture and Information ຫຼື ASEAN COCI) ໃນແຕ່ລະປະເທດ ເຊິ່ງການແຂ່ງຂັນນີ້ຖືກຈັດຂຶ້ນຄັ້ງທຳອິດໃນປີ 2004
ເຊິ່ງກ່ອນໜ້າຈະມີການການແຂ່ງຂັນຮອບລະດັບພາກພື້ນນີ້ ບັນດາປະເທດສະມາຊິກກໍໄດ້ມີການຄັດເລືອກນັກຮຽນທົ່ວປະເທດໃນຮອບລະດັບຊາດເພື່ອຄົ້ນຫາຕົວແທນ ປະເທດລະ 3 ຄົນເພື່ອມາເປັນ “ທີມຕົວແທນປະເທດ” ໃນຮອບລະດັບພາກພື້ນ ເຊິ່ງປະເທດລາວເຮົາເອງກໍໄດ້ມີການຄັດເລືອກຮອບລະດັບຊາດໃນວັນທີ 4 ທັນວາ ທີ່ຜ່ານມາທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ ແລະ ໃນທີ່ສຸດກໍໄດ້ຕົວແທນນັກຮຽນລາວທັງ 3 ຄົນໄດ້ແກ່:
- ທ. ກິດຊະນະ ພົມມະວົງສາ ຈາກໂຮງຮຽນນານາຊາດກຽດຕິສັກ
- ທ. ອາມານະ ສຸດທິຈັກ ຈາກໂຮງຮຽນນານາຊາດແສງດາລາ
- ນ. ປາວີນາ ສໍລະຈຳປາ ຈາກໂຮງຮຽນປາດຖະໜາ

ໃນການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນຄ້ັງທີ 9 ຫຼື 9th ASEAN Quiz ຄັ້ງນີ້ໄດ້ຖືກຈັດຂຶ້ນໃນວັນທີ 17 ທັນວາ ທີ່ຜ່ານມາ ໂດຍການເປັນເຈົ້າພາບຂອງປະເທດສິງກະໂປ ການແຂ່ງຂັນຄັ້ງດັ່ງກ່າວຈັດຂຶ້ນຜ່ານລະບົບອອນລາຍ ໂດຍໃຊ້ໂປຣແກຣມ ZOOM ເຊິ່ງຖືວ່າເປັນການຈັດການແຂ່ງຂັນແບບ Virtual Competition ຄັ້ງທຳອິດໃນປະຫວັດສາດຂອງການແຂ່ງຂັນ ASEAN Quiz ນັບຕັ້ງແຕ່ມີຈັດຕັ້ງການແຂ່ງຂັນເປັນຕົ້ນມາ
ແລະ ໃນຄັ້ງນີ້ເອງ ທີມຕົວແທນນັກຮຽນລາວ ກໍຍາດໄດ້ອັນດັບທີ 4 ມາໄດ້ ເຊິ່ງອັນດັບ 1 ໄດ້ແກ່ປະເທດອິນໂດເນເຊຍ, ອັນດັບ 2 ແມ່ນປະເທດສິງກະໂປ, ອັນດັບ 3 ແມ່ນປະເທດບຣູນາຍ ແລະ ອັນດັບ 4 ແມ່ນປະເທດລາວ ໄດ້ 800 ຄະແນນ ຂໍຊົມເຊີຍຜົນງານນັກຮຽນລາວທີ່ສາມາດຍາດມາໄດ້ໃນຄັ້ງນີ້




ຮັບຊົມວີດີໂອການແນະນຳຕົວແທນນັກຮຽນລາວໄດ້ທີ່:
https://www.facebook.com/chanthala.sorlachampa.9/videos/1370983269914801
ຂອບໃຈຮູບພາບຈາກ: Lao National Radio, Singapore ASEAN Quiz
ທີ່ມາ:
- https://www.facebook.com/1519334918377064/posts/2693284867648724/?extid=0&d=n
- https://www.facebook.com/sgaseanquiz/posts/2788643984716836