ນັກອະນຸລັກ ຊາວອອດສະເຕເລຍທົດລອງຝັງໂສ້ງຢີນໄວ້ 1 ປີ ໃນລະບົບການເຮັດປຸ໋ຍໝັກ ຜົນອອກມາເຖິງກັບຕົກໃຈ!


ນັກອະນຸລັກ ຊາວອອດສະເຕເລຍທົດລອງຝັງໂສ້ງຢີນໄວ້ 1 ປີ ໃນລະບົບການເຮັດປຸ໋ຍໝັກ ຜົນອອກມາແມ່ນເຫຼືອແຕ່ໃຍພລາສຕິກ ຊີ້ໃຫ້ເຫັນເຖິງບັນຫາສິ່ງແວດລ້ອມ ແລະ ມະນຸດ, ຂໍໃຫ້ຊ່ວຍກັນຍືດອາຍຸສິ່ງຂອງເຄື່ອງໃຊ້ ແລ້ວລົດການບໍລິໂພກສິ່ງຂອງທີ່ບໍ່ຈຳເປັນ.

ຮູ້ ຫຼື ບໍ່ ວ່າໂສ້ງຢີນທີ່ເຮົາມັກນຸ່ງ ມີພລາສຕິກປະສົມຢູ່ເທົ່າໃດ? Facebook Page ຂອງອົງກອນອະນຸລັກສິ່ງແລວດລ້ອມໃນອອສເຕເລຍ Permacoach ທີ່ພຽນສອນໃຫ້ຜູ່ຄົນປູກພືດປອດສານພິດ ແລະ ປຸ໋ຍຊີວະພາບ ໄດ້ທົດລອງໃຫ້ເຮົາແລ້ວ.

ທາງເພຈໂພສຮູບຜົນການທົດລອງຈາກການນຳເອົາໂສ້ງຢີນຜ້າຍືດໄປໃສ່ໃນກອງປຸ໋ຍໝັກ ເພື່ອເບິ່ງໂສ້ງວ່າ ໃນນັ້ນມີສ່ວນປະກອບຈາກທຳມະຊາດເຊັ່ນຝ້າຍ ແລະ ສ່ວນປະກອບທີ່ຍ່ອຍສະຫຼາຍບໍ່ໄດ້ແບບພລາສຕິກມີປະລິມານສັດສ່ວນເທົ່າໃດ.

ເມື່ອເວລາຜ່ານໄປ 1 ປີ ຫຼັງຈາກທີ່ເຈົ້າຂອງເພຈເສຍສະຫຼະໂສ້ງຢີນໄປປະໄວ້ໃນກອງປຸ໋ຍໝັກເພື່ອການທົດລອງ ຜົນທີ່ອອກມາກໍເປັນແບບທີ່ເຫັນໃນພາບ.

ສ່ວນທີ່ເປັນເສັ້ນໃຍພລາສຕິກໃນໂສ້ງຢີນບໍ່ຍ່ອຍສະຫຼາຍ ແລະ ຍັງເຫຼືອຢູ່ໃນປະລິມານຫຼາຍກວ່າທີ່ຄາດຄຶດໄວ້ ໃນຂະນະທີ່ສ່ວນທີ່ເປັນຝ້າຍໄດ້ຍ່ອຍສະຫຼາຍໄປໝົດ.

ເຈົ້າຂອງເພຈ Meg McGowan ຂຽນຄຳອະທິບາຍໃນໂພສວ່າ: “ຕອນນີ້ເຮົາຮູ້ແລ້ວວ່າພລາສຕິກສ່ວນໃຫຍ່ຍ່ອຍສະຫຼາຍບໍ່ໄດ້ ເຮົາກຳຈັດມັນໄດ້ໂດຍການເຜົາທີ່ອາດຈະປ່ອຍຄວັນພິດອອກມາ ຫຼືການບໍ່ເຜົາແຕ່ເກັບມັນໄວ້ໃນສິ່ງແວດລ້ອມອ້ອມໂຕເຮົາແທນ ເຊິ່ງວິທີນີ້ມັນຈະຍັງຄົງຢູຕະຫຼອດໄປໃນສະພາບຂອງໄມໂຄຣພລາສຕິກ. ໄມໂຄຣພລາສຕິກນີ້ອາດຈະຈົບລົງດ້ວຍການໄປຢູ່ໃນຮ່າງກາຍຂອງສັດ ຮວມເຖິງຮ່າງກາຍຂອງມະນຸດ ແລະຜົນກະທົບໄລຍະຍາວຂອງມັນຈະເປັນແບບໃດກໍບໍ່ມີໃຜຮູ້. ທາງທີ່ດີທີ່ສຸດ ເຮົາຕ້ອງຮັກສາເສື້ອຜ້າທີ່ເຮົາມີຢູ່ໃຫ້ດີ ແລະ ລົດການຊື້ເຄື່ອງເພີ່ມຈົນກວ່າເຮົາຈະຕ້ອງການໃໝ່ແທ້ໆ”

ຫຼັງຈາກທີ່ລາວໂພສຮູບນີ້ ກໍມີຄົນມາສະແດງຄວາມຄິດເຫັນ ແລະ ສົ່ງຕໍ່ອອກໄປຢ່າງຫຼວງຫຼາຍ ເຊິ່ງລາວກໍຫວັງວ່າສິ່ງນີ້ຈະກະຕຸ້ນໃຫ້ຄົນຄຳນຶງເຖິງຜົນກະທົບທີ່ຈະເກີດຂຶ້ນ ແລະ ຫຼີກລ່ຽງການຊື້ເສື້ອຜ້າໃໝ່ເທົ່າທີ່ຈະເຮັດໄດ້ ຫຼື ຫັນມາຊື້ເສື້ອຜ້າມືສອງແທນ.

ນອກຈາກນີ້ Meg McGowan ຍັງມີຄວາມຄິດດີໆ ມາໃຫ້ຜູ່ຕິດຕາມ ແລະ ຄົນທົ່ວໄປລົດການຊື້ຢີນ ໂດຍການເປີດລະດົມທຶນເຂົ້າໂຄງການ Permaund ລາວຢາກໃຫ້ທຸກຄົນເອົາເງິນຈາກການຊື້ຢີນໃໝ່ ມາບໍລິຈາກໃຫ້ອົງກອນຂອງລາວແທນ ແລະ ໃສ່ຢີນໂຕເກົ່າຈົນກວ່າຈະໃສ່ບໍ່ໄດ້.

ເງິນທີ່ເຂົ້າມາໂຄງການ Permaund ນີ້ຈະນໍາໄປໃຊ້ສອນໃຫ້ຄົນໃນຊຸມຊົນໄດ້ຮຽນຮູ້ວິທີປູກອາຫານເພື່ອສຸຂະພາບ, ຊ່ວຍສ້າງຊຸມຊົນ ແລະ ໃຊ້ພະລັງງານໝູນວຽນ.

ສ່ວນໃຜທີ່ບໍລິຈາກເງິນຫຼາຍທີ່ສຸດ ຈະໄດ້ຕັດສິນໃຈວ່າ ຈະເກີດຫຍັງຂຶ້ນກັບໂສ້ງຢີນໂຕທີ່ໝັກປຸ໋ຍມາແລ້ວ 1 ປີໂຕນັ້ນ.

ທີ່ມາ:​ https://www.facebook.com/environman.th/posts/3150830765045349