ນັກສຶກສາຕ່າງປະເທດຈ່າຍແພງກວ່າເກົ່າ! ອອສເຕຣເລຍ​ເພີ່ມ​ຄ່າ​ທໍາ​ນຽມ​ວີ​ຊາ​ສອງ​ເທົ່າ ຮັດ​ກຸມ​ກົດ​ໝາຍ​ຄວບ​ຄຸມ​ຄົນ​ເຂົ້າ​ເມືອງ


ອອສເຕຣເລຍ​ປະ​ກາດເພີ່ມຄ່າທຳນຽມສຳລັບ “ວີຊານັກຮຽນ​ຕ່າງປະເທດ” ຂຶ້ນ 125% ຫຼື ຫຼາຍ​ກ່​ວາ​ສອງເ​ທົ່າ​. ເຊີ່ງແມ່ນສ່ວນໜຶ່ງຂອງມາດຕະການຫຼ້າສຸດຂອງລັດຖະບານເພື່ອເພີ່ມ “ຄວາມາສົມບູນ” ຂອງການສົ່ງອອກທີ່ໃຫຍ່ທີ່ສຸດອັນດັບ 4 ຂອງປະເທດ ແລະ ຊ່ວຍຫຼຸດຜ່ອນການອົບພະຍົບຂອງປະຊາກອນໂດຍລວມ.

ໂດຍຈະມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປ, ຄ່າທຳນຽມວີຊາສຳລັບນັກສຶກສາຕ່າງປະເທດຈະເພີ່ມຂຶ້ນຈາກ 710 ໂດລາສະຫະລັດ ເປັນ 1,600 ໂດລາສະຫະລັດ. ນອກຈາກນັ້ນ, ຜູ້ຖືວີຊານັກທ່ອງທ່ຽວ ແລະ ນັກສຶກສາທີ່ຖືວີຊາ ຊົ່ວຄາວຈະຖືກຫ້າມບໍ່ໃຫ້ສະໝັກວີຊານັກສຶກສາພາຍໃນປະເທດ

ການປ່ຽນແປງໃນຄັ້ງນີ້ຈະຊ່ວຍຟື້ນຟູຄວາມໂປ່ງໃສຂອງລະບົບການສຶກສາຢູ່ຕ່າງປະເທດ ​ແລະ ​ສ້າງ​ລະບົບການຢ້າຍຖິ່ນຖານ​ທີ່​ຍຸຕິ​ທຳ, ຫຼຸດຜ່ອນໃຫ້ນ້ອຍ​ລົງ ​ແລະ ​ສົ່ງຜົນໃນ​ທາງ​ບວກ​ໃຫ້ກັບລັບອອສເຕຣເລຍຫຼາຍຂຶ້ນ.

ຂໍ້​ມູນ​ທາງ​ການ​ທີ່ໄດ້​ເຜີຍ​ແຜ່​ໃນ​ເດືອນ​ມີ​ນາ​ ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈໍາ​ນວນ​ຄົນທີ່ອົບພະຍົບ​ເຂົ້າ​ເມືອງ​ຖາ​ວອນ​ໄດ້​ເພີ່ມ​ຂຶ້ນ 60% ສູງ​ສຸດ​ເປັນຫວັດສາດທີ່ 548,800 ຄົນ ໃນ​ໄລ​ຍະ 12 ເດືອນ​ສິ້ນ​ສຸດ​ວັນ​ທີ 30 ກັນ​ຍາ 2023.

ນອກຈາກຄ່າທຳທຽມວີຊາທີ່ແພງຂຶ້ນແລ້ວ, ລັດຖະບານໄດ້ປິດຊ່ອງວ່າງ ໃນກົດໝາຍວີຊາທີ່ອະນຸຍາດໃຫ້ນັກສຶກສາຕ່າງປະເທດສາມາດຕໍ່ອາຍຸການພັກເຊົາຢູ່ໃນອອສເຕຣເລຍຢ່າງຕໍ່ເນື່ອງ. ໂດຍຈໍານວນນັກສຶກສາທີ່ຖືວີຊານັກສຶກສາຄັ້ງທີສອງ ຫຼື ຄັ້ງຕໍ່ໆໄປ ເພີ່ມຂຶ້ນຫຼາຍກວ່າ 30% ເກິນ 150,000 ຄົນໃນປີ 2022-2023.

ການ​ເຄື່ອນໄຫວຄັ້ງຫຼ້າ​ສຸດ​ນີ້​ ເກີດຂຶ້ນຫຼັງຈາກມີ​ມາດ​ຕະ​ການຫຼາຍຢ່າງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ທ້າຍ​ປີ​ທີ່​ຜ່ານ​ມາ​ເພື່ອ​ຄວບຄຸມກົດລະ​ບຽບ​​ວີ​ຊາ​ນັກ​ສຶກ​ສາ​. ເຊິ່ງລວມທັງການເພີ່ມຂໍ້ກຳນົດພາສາອັງກິດທີ່ເຂັ້ມງວດໃນເດືອນມີນາ ແລະ ເພີ່ມຈໍານວນເງິນຝາກປະຢັດຕໍ່າສຸດທີ່ນັກສຶກສາຕ່າງປະເທດຈະຕ້ອງໄດ້ຍື່ນຂໍວີຊາເປັນ 29,710 ໂດລາ AU ຈາກ 24,505 ໂດລາ AU ໃນເດືອນພຶດສະພາ (ເພີ່ມ​ຂຶ້ນ​ຄັ້ງ​ທີ​ສອງ​ໃນ​ຮອບ​ເຈັດ​ເດືອນ​)

Luke Sheehy CEO ຂອງມະຫາວິທະຍາໄລອອສເຕຣເລຍ ໄດ້ສະແດງຄວາມກັງວົນວ່າ ການສືບຕໍ່ກົດດັນດ້ານນະໂຍບາຍຂອງລັດຖະບານຕໍ່ຂະແໜງການສຶກສາ ອາດຈະເປັນຜົນເສຍຕໍ່ສະຖານະທີ່ເຂັ້ມແຂງຂອງປະເທດ.

ການໄປຮຽນຕໍ່ຢູ່ຕ່າງປະເທດແມ່ນໜຶ່ງໃນອຸດສາຫະກຳສົ່ງອອກທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ ເຊິ່ງສ້າງລາຍຮັບໃຫ້ເສດຖະກິດ 36,4 ຕື້ໂດລາ AU ໃນປີງົບປະມານ 2022-2023.

ທີ່ມາ:

cnbc

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/