ການຊັກເຄື່ອງຖືວ່າເປັນໜຶ່ງໃນກິດຈະວັດປະຈຳວັນມະນຸດ ແຕ່ຮູ້ບໍ່ວ່າແຕ່ລະຄັ້ງທີ່ເຮົາຊັກເຄື່ອງນັ້ນ ເສັ້ນໃຍໄມໂຄຣໄຟເບີຢູ່ໃນເຄື່ອງທີ່ເຮົານຸ່ງ ຫຼຸດອອກມາຈາກເຄື່ອງຫຼາຍເຖິງລ້ານເສັ້ນ ແລະ ຈຸດຈົບຂອງເສັ້ນໃຍພວກນັ້ນທີ່ໄຫຼອອກມາພ້ອມນ້ຳຖິ້ມ ຈະມີປາຍທາງຢູ່ໃສ.

ນັກວິໄຈພົບເສັ້ນໃຍໄມໂຄຣພລາສຕິກຈາກເຄື່ອງນຸ່ງເຕັມໄປໝົດທົ່ວທະເລອາກຕິກ ສ້າງຄວາມກັງວົນວ່າຈະເປັນອັນຕະລາຍຕໍ່ສັດ ແລະ ລະບົບນິເວດເປັນວົງກວ້າງ, ເຊິ່ງພົບວ່ານ້ຳທະເລໃນອາກຕິກມີອະນຸພາກໄມໂຄຣພລາສຕິກຢູ່ປະມານ 40% ຕໍ່ 1 ແມັດກ້ອນ.
ມີການສຶກສາໜຶ່ງທີ່ນຳເອົາຕົວຢ່າງນ້ຳທະເລມາວິໄຈຫາໄມໂຄຣພລາສຕິກ ຈາກ 97 ແຫ່ງທົ່ວໂລກ ພົບໄມໂຄຣພລາສຕິກຢູ່ໃນນ້ຳ 96 ແຫ່ງ, ເຊິ່ງໃນນັ້ນ 92% ຂອງໄມໂຄຣພລາສຕິກທັງໝົດແມ່ນເສັ້ນໃຍໄມໂຄຣໄຟເບີ ແລະ 73% ທີ່ເປັນໄມໂຄຣໄຟເບີຈາກໂພລີເອສເຕີທີ່ມີຄວາມໜາ ແລະ ສີດຽວກັນກັບໃຊ້ໃນເຄື່ອງນຸ່ງ.

ຜົນການວິໄຈຈາກ Ocean Wise ລະບຸວ່າ ໄມໂຄຣໄຟເບີຈາກເຄື່ອງນຸ່ງທີ່ຊັກຈາກສະຫະລັດ ແລະ ແຄນນາດາ ຖືກປ່ອຍລົງສູ່ທະເລປີລະ 3.5 ພັນລ້ານລ້ານເສັ້ນ ຫຼື ປະມານ 878 ໂຕນ.
Peter Ross ຈາກ Ocean Wise ໄດ້ບອກວ່າ ອຸດສາຫະກຳການຜະລິດຜ້າ ອາດຈະຕ້ອງອອກແບບຜ້າທີ່ມີຄວາມຍືນຍົງກວ່ານີ້, ຕ້ອງລົດຜ້າທີ່ມີໄມໂຄຣໄຟເບີໜ້ອຍລົງ ແລະ ທາງລັດຖະບານກໍຄວນໃຊ້ເທັກໂນໂລຢີໃນການປັບປຸງເຄື່ອງຈັກບຳບັດນ້ຳເປື້ອນທີ່ສາມາດດັກຈັບໄມໂຄຣພລາສຕິກໄດ້, ທາງຄົວເຮືອນກໍອາດຈະເລືອກໃຊ້ຜະລິດຕະພັນຊັກເຄື່ອງທີ່ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ ແລະ ອາດຈະຊັກເຄື່ອງດ້ວຍນ້ຳເຢັນ ເພາະວ່າການຊັກເຄື່ອງໃນນ້ຳທີ່ມີອຸນຫະພູມສູງ ຈະເຮັດໃຫ້ເສັ້ນໃຍຫຼຸດອອກງ່າຍຂຶ້ນ.

ອີກວິທີໜຶ່ງທີ່ສາມາດຊ່ວຍໄດ້ ແມ່ນການໃຊ້ອຸປະກອນດັກຈັບເສັ້ນໃຍໃນຈັກຊັກເຄື່ອງ ອຸປະກອນເຫຼົ່ານັ້ນຈະໝຸນກິ້ງໄປມາ ແລະ ດັກຈັບໄມໂຄຣໄຟເບີໄດ້ ຫຼື ໃຊ້ Guppy Friend Washing Bag ໃສ່ເຄື່ອງລົງໄປໃນຖົງນີ້ກ່ອນປັ່ນ ມັນຈະຊ່ວຍຫຼຸດຜ່ອນການປ່ອຍໄມໂຄຣໄຟເບີ.
ຂອບໃຈຂໍ້ມູນຈາກ:
https://www.facebook.com/environman.th/posts/3356995781095512