ໃນໄລຍະປີ 2019 ໂຄງການທີ່ມີຊື່ວ່າ Starlink ກໍໄດ້ເຮັດການປ່ອຍດຽວທຽມຂຶ້ນໄປສູ່ອະວະກາດ ເຊິ່ງຫຼັງຈາກນັ້ນໂຄງການນີ້ກໍໄດ້ມີບັນຫາທີ່ມັນກະທົບຕໍ່ໜ່ວຍງານອື່ນ ຕົວຢ່າງເຊັ່ນ: ໜ່ວຍງານຂອງນັກດາຣາສາດທີ່ບອກວ່າແສງຂອງດາວທຽມມັນໄປປິດບັງແສງຂອງບັນດາດວງດາວອື່ນໆ.

ແລະຫຼ້າສຸດນີ້ Starlink ເບິ່ງຄືວ່າຈະໄດ້ພົບກັບເລື່ອງທີ່ເຮັດຕ້ອງຄິດໜັກອີກຄັ້ງ ເມື່ອໃນວາລະສານ China’s Modern Defence Technology ເຊິ່ງເນື້ອໃນວາລະສານນັ້ນ ກໍມີນັກວິໄຈທາງຈີນໄດ້ອອກມາຮຽກຮ້ອງໂດຍລະບຸວ່າ:
ໃຫ້ປະເທດມີການພັດທະນາມາດຕະການຮັບມື ເພື່ອສອດສ່ອງດູແລ, ປິດບັງ ຫຼື ແມ່ນແຕ່ທໍາລາຍດາວທຽມແບບ Starlink ເຊິ່ງອາດຈະ “ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງຊາດຈີນໄດ້”.
ໂດຍໃນເອກະສານຊຸດໃໝ່ນີ້ Ren Yuanzhen ໜຶ່ງໃນທີມວິໄຈໄດ້ລະບຸເຖິງຄວາມກັງວົນວ່າ ດາວທຽມແບບ Starlink ອາດຖືກນໍາໄປດັດແປງໃຊ້ວຽກງານທາງການທະຫານໄດ້.

ເຊິ່ງຈະເຮັດໃຫ້ມັນສາມາດຕິດຕາມລູກສອນໄຟທີ່ມີຄວາມເໜືອສຽງ ເພີ່ມຄວາມໄວໃນການຮັບສົ່ງຂໍ້ມູນຂອງໂດຣນແລະເຮືອບິນຂັບໄລ່ແບບຫາຍຕົວໄດ້ ຫຼື ແມ່ນແຕ່ການແລ່ນຕໍາດາວທຽມຂອງຈີນໄດ້.
“ເຮົາຄວນມີມາດຕະການແບບທັງອ່ອນແລະແຂງເພື່ອເຮັດໃຫ້ດາວທຽມ Starlink ບາງດວງສູນເສຍຄວາມສາມາດໃນການເຮັດວຽກແລະທຳລາຍລະບົບປະຕິບັດການຂອງກຸ່ມດາວທຽມໂດຍລວມໄປ”

Ren Yuanzhe ໄດ້ລະບຸໂດຍມາດຕະການແບບອ່ອນແມ່ນສື່ເຖິງລະບົບເຣເຊີ້ຫຼືລະບົບລົບກວນທີ່ຈະຢຸດການເຮັດວຽກຂອງດາວທຽມແບບຊົ່ວຄາວ ແລະ ແບບແຂງແມ່ນສື່ເຖິງອາວຸດແບບຈະຫຼວດ Missile ທີ່ສາມາດທຳລາຍດາວແບບມຸ່ນລະອຽດໄປເລີຍ.

ແລະລາວກໍຍັງໄດ້ລະບຸເພີ່ມຕື່ມອີກວ່າດ້ວຍຄວາມທີ່ Starlink ມີການເຮັດວຽກແບບກະຈາຍຄວາມສຳຄັນຂອງລະບົບ ເຊິ່ງການຈະຮັບມືກັບລະບົບນີ້ຈຶ່ງບໍ່ໄດ້ສໍາຄັນທີ່ດາວທຽມແຕ່ລະດວງ ແຕ່ເປັນທັງລະບົບ.
ການໂຈມຕີລະບົບ Starlink ຈຶ່ງຈະຕ້ອງໃຊ້ “ມາດຕະການຕົ້ນທຶນຕໍ່າແລະມີປະສິດທິພາບສູງ’ ເຖິງວ່າໃນລາຍງານຈະບໍ່ໄດ້ລະບຸວ່າ ມາດຕະການທີ່ວ່າ ແມ່ນຫຍັງກໍຕາມ.
ທີ່ມາ:
- https://cutt.ly/fJi7WWB
- https://cutt.ly/qJi7GBL
- https://cutt.ly/2Ji7JJf
- https://cutt.ly/JJi7ZlT
- https://cutt.ly/GJi7CAE
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/