ໃນໄລຍະຫຼາຍເດືອນທີ່ຜ່ານມາ, ລາຄາ Bitcoin ໄດ້ມີການຜັນຜວນຢ່າງຮຸນແຮງ ສ້າງຄວາມສົນໃຈໃຫ້ແກ່ນັກລົງທຶນ ແລະ ຜູ້ຄົນຈຳນວນຫຼາຍຄົນເຂົ້າມາລົງທຶນໃນຫຼຽນດັ່ງກ່າວ. ຈົນຫຼາຍຄົນຕັ້ງຄຳຖາມຂຶ້ນມາວ່າ “ໃນຕອນນີ້ມັນຍັງບໍ່ຊ້າເກີນໄປແມ່ນບໍ່ທີ່ຈະເລີ່ມລົງທຶນໃນໂລກ crypto?”
Willy Woo ນັກວິເຄາະ crypto ທີ່ມີຊື່ສຽງ ໄດ້ແບ່ງປັນຂໍ້ມູນໃນ social media ວ່າ “ປັດຈຸບັນ, ໃນທົ່ວໂລກໄດ້ມີການຍອມຮັບ Bitcoin ພຽງແຕ່ 4.7% ເທົ່ານັ້ນ. ເຊິ່ງຕົວເລກນີ້ແມ່ນໃກ້ຄຽງກັບອັດຕາການຮັບຮອງເອົາອິນເຕີເນັດໃນເດືອນມັງກອນ 1999, ນີ້ສະທ້ອນໃຫ້ເຫັນວ່າ Cryptocurrencies ຍັງມີໂອກາດທີ່ຈະເຕີບໂຕ ແລະ ໄດ້ຮັບການຍອມຮັບຢ່າງກວ້າງຂວາງ, ກາຍເປັນ new normal ໃໝ່ຂອງໂລກ.
ດັ່ງນັ້ນ, ຈາກການວິເຄາະສາມາດສະຫຼຸບໄດ້ວ່າ ຖ້າຫາກເຮົາເຂົ້າມາລົງທຶນໃນໂລກຂອງ cryptocurrencies ໃນຕອນນີ້, ມັນກໍຍັງບໍ່ຊ້າເກີນໄປ. ບໍ່ພຽງເທົ່ານັ້ນ ເຮົາຍັງຈະກາຍເປັນກຸ່ມທໍາອິດ ແລະ ການວິເຄາະນີ້ຍັງໄດ້ຮັບການສະໜັບສະໜູນຈາກຂໍ້ມູນທີ່ດີທີ່ສຸດທີ່ມີຢູ່ອີກດ້ວຍ.
ທັງນີ້, ໃນປັດຈຸບັນ ມີຜູ້ໃຊ້ Bitcoin ປະມານ 430 ລ້ານຄົນ, ເຊິ່ງ Willy Woo ຄາດການວ່າຈະເພີ່ມຂຶ້ນເປັນ 500 ລ້ານຄົນໃນເດືອນຕຸລາ ແລະ ອາດຈະບັນລຸ 1 ຕື້ຄົນໃນທ້າຍປີ 2025.
ຢ່າງໃດກໍຕາມ, ຈໍານວນຜູ້ໃຊ້ Bitcoin ຍັງຄົງຫ່າງໄກກວ່າຈໍານວນຜູ້ໃຊ້ອິນເຕີເນັດ. ປັດຈຸບັນ, ມີຜູ້ຊົມໃຊ້ຫຼາຍກວ່າ 5,4 ຕື້ຄົນໃນທົ່ວໂລກທີ່ໃຊ້ອິນເຕີເນັດ ເຊິ່ງຄິດເປັນ 67% ຂອງປະຊາກອນໂລກ. ເມື່ອອີງຕາມຂໍ້ມູນສະຖິຕິ, ອັດຕາການຍອມຮັບເອົາ Bitcoin ໃນປັດຈຸບັນແມ່ນເພີ່ມຂຶ້ນສູງ, ລື່ນກາຍການຍອມຮັບໃນການໃຊ້ງານອິນເຕີເນັດໃນອະດີດ. ດັ່ງນັ້ນ, ໃນມື້ທີ່ທົ່ວໂລກຫັນມາຍອມຮັບ Bitcoin ອາດຈະມາໄວກວ່າທີ່ຄາດການໄວ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/