ນັກວິທະຍາສາດບອກວ່າ ຕາຂອງຄົນເຮົານັ້ນມີການໄຫຼວຽນຂອງເລືອດ ເຊິ່ງມີໂອກາດທີ່ຈະບອບບາງຕໍ່ອະນຸພາກມົນລະພິດທີ່ຖືກຫັນໃຈເຂົ້າໄປ, ມົນລະພິດທາງອາກາດທີ່ເພີ່ມຂຶ້ນຫຼາຍໃນປັດຈຸບັນ ມີສ່ວນກ່ຽວຂ້ອງກັບຄວາມສ່ຽງໃນການສູນເສຍການເບິ່ງເຫັນ ເຮັດໃຫ້ເກີດໂຣກຈຸດຮັບພາບໃນຈໍຕາເສື່ອມໃນຜູ້ສູງອາຍຸເພີ່ມຂຶ້ນ (Age Related Macular Degeneration; AMD).

ໂຣກຈຸດຮັບພາບໃນຈໍຕາເສື່ອມ (Macular degeneration) ເປັນກຸ່ມໂຣກທີ່ເກີດຈາກການເສື່ອມຂອງບໍລິເວນຈຸດຮັບພາບທີ່ຊັດເຈນຂອງຈໍຕາ ເຮັດໃຫ້ສູນເສຍການເບິ່ງເຫັນສ່ວນກາງຂອງພາບ, ຖ້າພົບໃນຜູ້ທີ່ມີອາຍຸ 50 ປີຂຶ້ນໄປ ຈະເອີ້ນວ່າ “ໂຣກຈຸດຮັບພາບໃນຈໍຕາເສື່ອມໃນຜູ້ສູງອາຍຸ” (Age related Macular degeneration) ເປັນໜຶ່ງໃນສາເຫດທີ່ສຳຄັນທີ່ເຮັດໃຫ້ຜູ້ສູງອາຍຸສູນເສຍການເບິ່ງເຫັນ ໂດຍຈະເຫັນແຕ່ພາບມົວໆບໍ່ສາມາດໂຟກັສໄດ້.

ໂຣກນີ້ສາມາດເກີດຂຶ້ນໄດ້ຈາກຫຼາຍປັດໄຈເຊັ່ນ: ການເສື່ອມສະພາບຂອງຮ່າງກາຍຕາມອາຍຸສັງຂານ, ກຳມະພັນ, ການສູບຢາ ລວມເຖິງຜູ້ທີ່ມີໂຣກປະຈຳຕົວຄວາມດັນເລືອດສູງ, ລະດັບໄຂມັນໃນເລືອດສູງ ແລະ ໂຣກອ້ວນ ກໍມີຄວາມສ່ຽງເຊັ່ນກັນ.
ການສຶກສາຄັ້ງຫຼ້າສຸດພົບວ່າ ອະນຸພາກມົນລະພິດຂະໜາດນ້ອຍ PM ໃນອາກາດທີ່ເພີ່ມຂຶ້ນພຽງໜ້ອຍດຽວກໍສາມາດເພີ່ມຄວາມສ່ຽງໃນການເກີດ AMD ໄດ້ເຖິງ 8%, ແຕ່ອະນຸພາກທີ່ໃຫຍ່ກວ່າ ແລະ ໄນໂຕຣເຈນໄດອອກໄຊເພີ່ມຄວາມສ່ຽງຂອງໂຣກນີ້ເຖິງ 12%.
ຂອບໃຈຂໍ້ມູນຈາກ: