ນັກລົງທຶນຫວັ່ນອາດເກີດການເທຂາຍຄັ້ງໃຫຍ່ ຫຼັງຈາກທີ່ເຢຍລະມັນໄດ້ໂອນຍ້າຍ Bitcoin ມູນຄ່າຫຼາຍກວ່າ 400 ລ້ານໂດລາ


Arkham Intelligence ບໍລິສັດວິເຄາະຂໍ້ມູນ ໄດ້ເປີດເຜີຍການເຄື່ອນໄຫວຂອງສຳນັກງານຕຳຫຼວດອາຍາຂອງລັດຖະບານກາງເຢຍລະມັນ (BKA) ທີ່ໄດ້ດຳເນີນການເຄື່ອນຍ້າຍ Bitcoin ເປັນຈຳນວນ 6,500 BTC (ປະມານ 425 ລ້ານໂດລາ) ໄປຫາກະເປົາເງິນໃໝ່, ຈາກນັ້ນກໍໄດ້ໂອນອອກໄປຫາທີ່ຢູ່ອື່ນໆອີກ 4 ຄັ້ງ, ຄັ້ງລະ 500 BTC ໄປຫາເວັບເທຣດ Bitstamp, Kraken ແລະ ສອງທີ່ຢູ່ທີ່ບໍ່ເປີດເຜີຍ. ສົ່ງຜົນໃຫ້ນັກລົງທຶນເກີດຄວາມກັງວົນວ່າອາດຈະເກີດການເທຂາຍຄັ້ງໃຫຍ່ຂຶ້ນ.

ທັງນີ້ຈໍານວນ Bitcoin ທີ່ຖືກໂອນຍ້າຍແມ່ນພຽງແຕ່ສ່ວນໜຶ່ງຂອງທາງ BKA ຖືຄອງເທົ່ານັ້ນ. ບັນຊີຂອງ BKA ໄດ້ຖືຄອງ Bitcoin ໄວ້ເຖິງ 50,000 BTC ເຊິ່ງໄດ້ຢຶດມາຈາກເວັບໄຊຂອງຮູບເງົາທີ່ຜິດກົດໝາຍ Movies2k.to.

ບັນດານັກລົງທຶນເຫັນວ່າ ການເຄື່ອນໄຫວໃນນີ້ແມ່ນຄວາມປາຖະໜາຂອງລັດຖະບານເຢຍລະມັນທີ່ຕ້ອງການຂາຍ Bitcoin ບາງສ່ວນອອກຈາກຄັງ.

ໂດຍທົ່ວໄປແລ້ວ, ການເຄື່ອນຍ້າຍ crypto ຈາກກະເປົາເງິນເຢັນໄປຫາເວັບເທຣດແມ່ນໝາຍເຖິງທາງ BKA ມີຈຸດປະສົງທີ່ຕ້ອງການຈະຂາຍ. ໂດຍສະເພາະຢ່າງຍິ່ງແມ່ນຫຼັງຈາກທີ່ກະເປົາເງິນຂອງ BKA ບໍ່ໄດ້ມີການເຄື່ອນໄຫວເປັນໄລຍະເວລາຍາວນານນັບຕັ້ງແຕ່ກາງເດືອນມັງກອນ, ຫຼັງຈາກທີ່ໄດ້ຢຶດ 50,000 BTC ຈາກເວັບໄຊ Movie2k.to. ອີງຕາມຂໍ້ມູນຈາກ Arkham Intelligence, ຜູ້ດຳເນີນການເວັບໄຊໄດ້ສະໝັກໃຈໂອນ crypto ມູນຄ່າປະມານ 2 ຕື້ໂດລາ, ເຊິ່ງນີ້ອາດເປັນສ່ວນໜຶ່ງຂອງຂໍ້ຕົກລົງກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

ເຖິງແມ່ນວ່າລັດຖະບານເຢຍລະມັນຈະຖືຄອງ Bitcoin ຫຼາຍເຖິງ 50,000 BTC ແຕ່ກໍບໍ່ແມ່ນຜູ້ທີ່ຖືຄອງ Bitcoin ຫຼາຍສຸດ, ອີງຕາມການລາຍງານ Bitcoin Treasuries ລະບຸວ່າ ສະຫະລັດໄດ້ກາຍເປັນຜູ້ຖືຄອງ Bitcoin ຫຼາຍທີ່ສຸດຈາກການອາຍັດ crypto ຢູ່ທີ່ 213,246 BTC ຫຼື ຄິດເປັນມູນຄ່າຫຼາຍກວ່າ 14 ຕື້ໂດລາໃນປັດຈຸບັນ, ຮອງລົງມາແມ່ນປະເທດຈີນທີ່ຖືຄອງ Bitcoin ຢູ່ທີ່ 190,000 BTC ຄິດເປັນມູນຄ່າຫຼາຍກວ່າ 12 ຕື້ໂດລາ ແລະ ອັງກິດທີ່ຖືຄອງ Bitcoin ຢູ່ທີ່ 61,000 BTC.

ແລະເຖິງແມ່ນວ່າປະເທດໃຫຍ່ໆຈະມີການຖືຄອງ Bitcoin ຫຼາຍເທົ່າໃດ, ແຕ່ພວກເຂົາເຫຼົ່ານັ້ນກັບບໍ່ໄດ້ມີການຊື້ເພີ່ມເຕີມ. ເຊິ່ງມີພຽງແຕ່ 2 ປະເທດເທົ່ານັ້ນທີ່ມີ Bitcoin ເພີ່ມຂຶ້ນຄື: El Salvador ທີ່ມີນະໂຍບາຍຊື້ Bitcoin ເຂົ້າປະເທດທຸກມື້ ແລະ ຢູເຄຣນທີ່ໄດ້ຮັບ Bitcoin ຜ່ານການບໍລິຈາກ.

ປັດຈຸບັນລັດຖະບານຕ່າງໆໃນທົ່ວໂລກໄດ້ຖື Bitcoin ໄວ້ເປັນຈໍານວນທັງໝົດ 567,315.75 BTC ຫຼື ຄິດເປັນປະມານ 3% ຂອງອຸປະທານທັງໝົດ.

ທີ່ມາ:

cryptopolitan

ArkhamIntel

platform.arkhamintelligence.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/