ນັກທ່ອງທ່ຽວໄທ ສາມາດມາສະແກນຈ່າຍຢູ່ລາວຜ່ານບັນຊີໄທໄດ້ແລ້ວ!


ທະນາຄານແຫ່ງປະເທດໄທໄດ້ອອກມາລາຍງານວ່າ ຕັ້ງແຕ່ວັນທີ 5 ກໍລະກົດ 2024 ເປັນຕົ້ນໄປ ຜູ້ໃຊ້ບໍລິການຈາກປະເທດໄທ ທີ່ມາທ່ຽວປະເທດລາວ ສາມາດໃຊ້ແອັັບພິເຄຊັນຈາກທະນາຄານ ກຸງສີອະຍຸດທະຍາ ສະແກນຈ່າຍເງິນຜ່ານ LAO QR code ເພື່ອຊຳລະສິນຄ້າ ແລະ ບໍລິການຮ້ານຄ້າໃນລາວ (ສະເພາະທີ່ເຂົ້າຮ່ວມໂຄງການ).

ທັງນີ້ ເມື່ອເດືອນເມສາທີ່ຜ່ານມາ ຜູ້ໃຊ້ໃນບ້ານເຮົາສາມາດໃຊ້ແອັບພິເຄຊັນຂອງທະນາຄານໄປສະແກນຈ່າຍໃນ THAI QR code ເພື່ອຊຳລະສິນຄ້າ ແລະ ບໍລິການກັບຮ້ານຄ້າໃນປະເທດໄດ້ເຊັ່ນກັນ ໃນສ່ວນທະນາຄານໄທທີ່ສາມາດມາສະແກນຈ່າຍໄດ້ໃນລາວມີ: ທະນາຄານກຸງເທບ, ທະນາຄານກຸງໄທ ແລະ ທະນາຄານກະສິກອນໄທ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

Bank of Thailand

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/