ທັບນັກກິລາ ແລ່ນ-ລານ ລາວອາຊຽນ ພ້ອມຈະຍົກລະດັບຕົນເອງໃຫ້ດີກວ່າເກົ່າ ຫວັງທຳລາຍສະຖິຕິ ຄວ້າຫຼຽນໃດໜຶ່ງ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍຮັບກຽດເປັນເຈົ້າພາບ ໃນເດືອນພຶດສະພາ 2023.
ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນສາວປອດເຫຼັກ ເຈົ້າຂອງ 2 ຫຼຽນທອງ ປະຫວັດສາດ ຈາກລາຍການແລ່ນ 10.000 ແມັດ ແລະ ແລ່ນ 1.500 ແມັດຍິງ ງານມະຫະກຳກິລາຊີເກມ ຄັ້ງທີ 27 ທີ່ປະເທດມຽນມາ ປີ 2013 ແລະ ງານມະຫະກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ປີ 2019 ແລະ 2 ຫຼຽນຄຳ ງານກິລາມະຫາວິທະຍາໄລອາຊຽນ ໃຫ້ສຳພາດວ່າ: ປີ 2023 ນີ້ ນ້ອງມີລາຍການແຂ່ງຂັນຫຼາຍລາຍການ ໂດຍສະເພາະລາຍການສຳຄັນທຳອິດເລີຍ ແມ່ນງານກິລາມະຫາວິທະຍາໄລທົ່ວປະເທດໄທ ຄັ້ງທີ 48 ລະຫວ່າງວັນທີ 22-30 ມັງກອນ 2023 ເຊິ່ງເປັນລາຍການທົດສອບສະຖິຕິຕົວນ້ອງເອງ ເພື່ອຈະໄລ່ລ່າຄວາມໃຝ່ຝັນທີ່ຢາກສ້າງປະຫວັດສາດເປັນກຽດ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ແນ່ນອນວ່າ ຫາກຢາກສ້າງຜົນງານໄດ້ຄືແນວນັ້ນ ສິ່ງສຳຄັນທີ່ສຸດ ກໍຕ້ອງເຮັດວຽກໃຫ້ໜັກຂຶ້ນອີກໂດຍເລີ່ມເຝິກຊ້ອມໃໝ່ຕັ້ງແຕ່ຕົ້ນປີ 2023 ເປັນຕົ້ນໄປ ໂດຍນຳເອົາປະສົບການ ແລະ ບົດຮຽນທີ່ສາມາດຖອດຖອນໄດ້ຈາກ ຮ່າໂນ້ຍ ເກມ ຍົກລະດັບຕົນເອງໃຫ້ສູງກວ່າເກົ່າ ເພື່ອຈະທຳລາຍສະຖິຕິໃຫ້ສູງຂຶ້ນ. ນອກຈາກນັ້ນ, ໃນປີນີ້ ນ້ອງກໍຍັງຕັ້ງເປົ້າໝາຍ ຈະໄລ່ລ່າແຊ້ມລາຍການ ບໍ່ແກ້ວ, ລາຍການ ບຸຣີຮຳ, ລາຍການ ຂອນແກ່ນ ແລະ ວຽງຈັນຮາບ ມາຣາທອນ ອີກດ້ວຍ.

ສໍາລັບ ລົດແກ້ວ ອິນທະກຸມມານ ເກີດທີ່ບ້ານໝື່ນໝັ້ນ ເມືອງທຸລະຄົມ ແຂວງວຽງຈັນ ປັດຈຸບັນຄອບຄົວຍ້າຍໄປຢູ່ ບ້ານວັດຫຼວງ ເມືອງປາກຊ່ອງ ແຂວງຈໍາປາສັກ ແຕ່ ລົດແກ້ວ ກໍເປັນພະນັກງານປະຈຳຂອງຄະນະກຳມະການໂອລິມປິກແຫ່ງຊາດ ໂດຍເລີ່ມຫຼິ້ນກິລາແລ່ນ-ລານມາແຕ່ອາຍຸ 15 ປີ. ປີ 2010 ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະເປັນແມ່ຍິງລາວຄົນທຳອິດ ທີ່ສາມາດສ້າງປະຫວັດສາດໜ້າໃໝ່ໃຫ້ວົງການແລ່ນ-ລານລາວ ດ້ວຍການປ້ອງກັນແຊ້ມ 2 ຫຼຽນຄຳ ເຖິງ 2 ຄັ້ງຕິດຕໍ່ກັນ ໃນງານມະຫະກຳກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 17 ທີ່ເມືອງປາແລມບັງ ປະເທດອິນໂດເນເຊຍ ແລະ ງານມະຫະກຳກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 18 ທີ່ປະເທດສິງກະໂປ.

ສ່ວນຜົນງານໃນງານກິລາຊີເກມ ກໍສາມາດຍາດໄດ້ 2 ຫຼຽນທອງ ເຊິ່ງເປັນຜົນງານຄັ້ງປະຫວັດສາດແລ່ນ-ລານລາວເຊັ່ນກັນ ກໍຄື ງານກິລາຊີເກມ ຄັ້ງທີ 27 ທີ່ປະເທດມຽນມາ ປີ 2013 ແລະ ງານກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ປີ 2017 ສ່ວນປີ 2019 ເຂົ້າຮ່ວມແຂ່ງຂັນຊີເກມ 30 ທີ່ປະເທດຟິລິບປີນ (ບໍ່ສາມາດຍາດຫຼຽນໄດ້) ປີ 2020 ແລະ ກາງປີ 2022 ບໍ່ໄດ້ມີການເຄື່ອນໄຫວ ຍ້ອນມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກ່ອນຕົ້ນປີ 2022 ໄດ້ມີການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ ໄດ້ອັນດັບ 4 ລາຍການ 1.500 ແມັດຍິງ ແລະ 5.000 ແມັດຍິງ. ນອກນັ້ນ, ກໍຍັງໄດ້ແຊ້ມຫຼາຍລາຍການໃນໄລຍະທ້າຍປີ 2022 ເຊັ່ນ: ແລ່ນຂ້າມຂອງ ນະຄອນພະນົມ ໄລຍະທາງ 21 ກິໂລແມັດ, ແຊ້ມງານສາມຫຼ່ຽມຄຳ ໄລຍະທາງ 21 ກິໂລແມັດ, ງານຂອນແກ່ນ ໄລຍະທາງ 21 ກິໂລແມັດ, ພັດທະຍາມາຣາທອນ ໄລຍະທາງ 21 ກິໂລແມັດ ແລະ 10 ກິໂລແມັດ, ວຽງຈັນ ມາຣາທອນ ໄລຍະທາງ 21 ກິໂລແມັດ ແລະ ຜົນງານຫຼ້າສຸດໃນງານກິລາແຫ່ງຊາດ ໄດ້ 2 ຫຼຽນຄຳ ລາຍການ 800 ແມັດ ແລະ 1.500 ແມັດ.
ຂອບໃຈຂໍ້ມູນຈາກ: https://bit.ly/3CGPNBA
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/