ໃນຂະນະທີ່ປະເທດລາວເຮົາຕ້ອງປະເຊີນກັບພາຍຸລົມຝົນເປັນເວລາຫຼາຍມື້ຮ່ວມກັນ ເຮັດໃຫ້ເກີດສະຖານະການນ້ຳຖ້ວມຕາມພື້ນທີ່ຕ່າງໆ ຂອງລາວ ແຕ່ອີກຟາກໜຶ່ງທີ່ ນະຄອນຊ່ຽງໄຮ້ ປະເທດຈີນ ເບິ່ງຄືວ່າສະຖານະການຈະກົງກັນຂ້າມ.

ເພາະເມື່ອວັນທີ 12 ສິງຫາ 2022 ທີ່ຜ່ານມາ ສຳນັກງານກົມອຸຕຸນິຍົມວິທະຍາຊ່ຽງໄຮ້ ໄດ້ເປີດເຜີຍວ່າ ໃນປີນີ້ເທສະບານນະຄອນຊ່ຽງໄຮ້ທາງຕາເວັນອອກຂອງຈີນ ມີມື້ທີ່ອຸນຫະພູມສູງຫຼືເກີນ 40 ອົງສາ ລວມ 6 ມື້ແລ້ວ ນັບເປັນສະຖິຕິສູງສຸດຄັ້ງໃໝ່ ເຊິ່ງໃນສ່ວນອຸນຫະພູມອາກາດສູງເກີນ 35 ອົງສາ ໃນປີນີ້ລວມຢູ່ທີ່ 38 ມື້ ເມື່ອນັບເຖິງວັນພະຫັດທີ 11 ສິງຫາທີ່ຜ່ານມາ.
ທາງດ້ານເຈົ້າໜ້າທີ່ສຳນັກງານອຸຕຸນິຍົມວິທະຍາຊ່ຽງໄຮ້ລະບຸວ່າ ອຸນຫະພູມສະເລ່ຍແມ່ນວັດແທກໄດ້ທີ່ສະຖານີລົດໄຟຊ່ຽງໄຮ້ ສວີເຈຍຮຸ້ຍຢູ່ທີ່ 40.6 ອົງສາ ຂະນະທີ່ອຸນຫະພູມສູງສຸດຂອງນະຄອນຊ່ຽງໄຮ້ວັດແທກໄດ້ທີ່ 40.9 ອົງສາ ເມື່ອວັນທີ 13 ກໍລະກົດທີຜ່ານມາ.

ເຊິ່ງກ່ອນໜ້ານີ້ນະຄອນຊ່ຽງໄຮ້ປະກາດເຕືອນໄພລະດັບສີແດງໃຫ້ປະຊາຊົນຮັບມືກັບສະພາບອາກາດຮ້ອນ ແລະຄາດວ່າຈະປະເຊີນກັບຄວາມຮ້ອນລະດັບສູງຢ່າງຕໍ່ເນື່ອງໃນໄລຍະ 2 ອາທິດນີ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment