ພາຍຫຼັງຕິດຕາມກັນມາຫຼາຍອາທິດ ກັບກໍລະນີ ແທ່ງເຫຼັກ ທີ່ບັນຈຸສານກຳມັນຕະພາບລັງສີ Cesiuem137 ທີ່ສູນຫາຍໄປຈາກໂຮງງານໄຟຟ້າອາຍນໍ້າ ຂອງບໍລິສັດ National Power Supply Public Co., Ltd. ທີ່ແຂວງ ປາຈີນບຸລີ ເມື່ອໄລຍະເດືອນກຸມພາທີ່ຜ່ານມານີ້. ທ່າມກາງຄວາມວິຕົກກັງວົນຂອງປະຊາຊົນ ວ່າວັດຖຸດັ່ງກ່າວ ຈະຖືກນໍາໄປຫຼອມຈົນກາຍເປັນຝຸ່ນແດງ ແຜ່ກະຈາຍໄປຕາມອາກາດຈົນເປັນອັນຕະລາຍຕໍ່ສິ່ງມີຊີວິດໄດ້.
ຫຼ້າສຸດ ຕອນທ່ຽງຂອງວັນທີ 20 ມີນາ 2023 ທາງການໄທ ໄດ້ອອກຖະແຫຼງການວ່າ ໄດ້ພົບ Cesiuem 137 ຖືກນໍາໄປຫຼອມແລ້ວ ທີ່ໂຮງງານຫຼອມເຫຼັກ ແຂວງ ປາຈີນບຸລີ ແຕ່ໃນໂຮງງານຫຼອມດັ່ງກ່າວນັ້ນເປັນພື້ນທີ່ປິດ ພ້ອມມີແນວກອງອາກາດ ແລະ ຍັງບໍ່ພົບການແຜ່ກະຈາຍໄປຕາມອາກາດ ໃນບໍລິເວນໃກ້ຄຽງ.

ໂດຍ ທ່ານ ລົນນະລົງ ນະຄອນຈິນດາ ຜູ້ວ່າການແຂວງປາຈີນບຸລີ ປະເທດໄທ ລາຍງານວ່າ: “ປັດຈຸບັນ ເຮົາໄດ້ພົບ Cesium 137 ຖືກຫຼອມລະລາຍໄປເປັນທີ່ຮຽບຮ້ອຍແລ້ວ ແຕ່ເຮັດໃນພື້ນທີ່ປິດ ແລະ ທາງການໄດ້ສັ່ງໃຫ້ຈຳກັດພື້ນທີ່ ບໍ່ໃຫ້ຄົນເຂົ້າອອກ ແລະ ໄດ້ສັ່ງໃຫ້ປິີດໂຮງງານຊົ່ວຄາວ ເປັນທີ່ຮຽບຮ້ອຍແລ້ວ”.
ຂະນະທີ່ສູນປະຕິບັດການສຸກເສີນທາງນິວເຄຼຍ ແລະ ລັງສີ ໄດ້ເປີດເຜີຍວ່າ ຈາກການລົງພື້ນທີ່ສຳຫຼວດ ແລະ ໄດ້ມີການເກັບຕົວຢ່າງຈາກ ດິນ, ນໍ້າ ແລະ ອາກາດ ໃນລັດສະໝີພື້ນທີ 5 ກິໂລແມັດໄປກວດສອບ ເຊິ່ງຜົນປາກົດວ່າ ບໍ່ພົບການປົນເປື້ອນໃດໆ ຈາກ Cesium 137 ທີ່ຈະສົ່ງຜົນຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ.

ທ່ານໝໍ ສຸຣິນ ສືມຊຶ້ງ ທ່ານໝໍ ກະຊວງສາທາລະນະສຸກ ປະຈຳແຂວງ ປາຈີນບຸລີ ໄດ້ເປີດເຜີຍວ່າ ພາຍຫຼັງພົບການສູນຫາຍຂອງ Cesium 137 ທາງເຈົ້າໜ້າທີ່ໄດ້ມີການສັ່ງໃຫ້ ໂຮງໝໍໃນພື້ນທີ່ ກວດຫາຄົນເຈັບ ທີ່ຢູ່ໃນກຸ່ມສ່ຽງ ທີ່ອາດມີສານປົນເປື້ອນຈາກ ສານກຳມັນຕະພາບລັງສີດັ່ງກ່າວ ແຕ່ຜ່ານການກວດສອບ ຍັງບໍ່ພົບຜູ້ທີ່ເຂົ້າຂ່າຍນີ້ແຕ່ຢ່າງໃດ.

ສ່ວນພະນັກງານໃນໂຮງງານຫຼອມເຫຼັກດັ່ງກ່າວ ປະມານ 70 ຄົນ ທາງເຈົ້າໜ້າທີ່ໄດ້ປະເມີນວ່າເປັນກຸ່ມສ່ຽງທັງໝົດ ແລະ ໄດ້ມີການນຳໄປກວດສຸຂະພາບ ເຊິ່ງຕ້ອງມີການເຝົ້າລະວັງເປັນໄລຍະ. ສ່ວນຍາດຕິພີ່ນ້ອງຂອງກຸ່ມຄົນດັ່ງກ່າວ ຍັງຕ້ອງປະເມີນອີກເທື່ອໜຶ່ງ ວ່າສານດັ່ງກ່າວ ສາມາດປົນເປື້ອນໄປຈາກເສື້ອຜ້າໄດ້ຫຼືບໍ່.
ໂດຍ Cesium137 ຖືເປັນສານ ກໍາມັນຕະພາບລັງສີ ທີ່ອັນຕະລາຍເຖິງຊີວິດ ຕໍ່ທັງມະນຸດ, ສັດ ແລະ ສິ່ງແວດລ້ອມ. ປັດຈຸບັນທາງເຈົ້າໜ້າທີ່ຕຳຫຼວດກຳລັງຕິດຕາມສືບສວນວ່າ Cesium137 ທີ່ຕົກຫຼົ່ນໃນໂຮງງານໄຟຟ້ານັ້ນ ມັນສູນຫາຍໄປໄດ້ແນວໃດ ແລະ ໃຜເປັນຄົນເອົາອອກໄປ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/