ໃນວັນທີ 8 ຫາ 12 ມີນາ ຫຼື ໃນໄລຍະ 1 ອາທິດທີ່ຜ່ານມາ ວົງການການເງິນຂອງສະຫະລັດ ຕ້ອງກະທົບກະເທືອນ ຫຼັງເກີດວິກິດ BANK RUN (ເຫດການທີ່ຄົນແຫ່ກັນໄປຖອນເງິນ ຈົນທະນາຄານຂາດສະພາບຄ່ອງໃນການຊຳລະໜີ້ສິນ) ຈົນຕ້ອງເຮັດໃຫ້ 3 ທະນາຄານ ໃນສະຫະລັດອາເມຣິກາ ຕ້ອງຖືກສັ່ງໃຫ້ປິດຕົວລົງ ຍ້ອນສະພາບເງິນຄ່ອງ ແລະ ຄວາມສາມາດການຊຳລະໜີ້ຂອງ 3 ທະນາຄານນີ້ບໍ່ພຽງພໍແລ້ວ.
ໂດຍທັງ 3 ທະນາຄານທີ່ມີການປິດຕົວລົງໄດ້ ແກ່ Silvergate, Silicon Valley ແລະ Signature Bank ເຊິ່ງ ທັງ 3 ທະນາຄານມີຖານລູກຄ້າ ຜູ້ຝາກເງິນສ່ວນໃຫຍ່ແມ່ນບໍລິສັດ ສະຕາດອັບ ແລະ ບໍລິສັດທີ່ລົງທຶນດ້ານ ຄຣິບໂຕ.
ເຫດເກີດຂຶ້ນທຳອິດ ໃນວັນທີ 6 ມີນາ ຕາມເວລາບ້ານເຮົາ ທະນາຄານ Silvergate ໄດ້ປະກາດປິດກິດຈະການລົງ ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບຊົບເຊົາໃນຕະຫຼາດ ຄຣິບໂຕ ແລະ ການລົ້ມລະລາຍຂອງ FTX ເຊິ່ງເປັນລູກຄ້າລາຍໃຫຍ່ຂອງທະນາຄານນີ້.

ຕໍ່ມາທະນາຄານ Silicon Valley Bank (SVB) ເຊິ່ງເປັນທະນາຄານທີ່ໃຫຍ່ອັນດັບ 16 ຂອງສະຫະລັດ ອາເມຣິກາ ແລະ ເປັນທະນາຄານທີ່ມີຖານລູກຄ້າເປັນ ບໍລິສັດ ສະຕາດອັບ ແລະ ຍັງເປັນແຫຼ່ງຝາກເງິນທຶນສຳຮອງຂອງ USDC ຫຼຽນ Stable Coin ທີ່ໃຫຍ່ເປັນອັນດັບ 2 ຂອງໂລກ ໄດ້ປະກາດວ່າໄດ້ຂາດທຶນຈາກການຂາຍພັນທະບັດລັດຖະບານໄປກວ່າ 1.800 ລ້ານໂດລາ ແລະຕ້ອງຂາຍຮຸ້ນເພື່ອເພີ່ມທຶນກວ່າ 2,5 ພັນລ້ານໂດລາ. ຈົນເຮັດໃຫ້ນັກລົງທຶນຕ່າງໆ ເລີ່ມບໍ່ໝັ້ນໃຈ ແລະ ແຫ່ກັນໄປຖອນເງິນອອກ ຈົນທະນາຄານຂາດສະພາບຄ່ອງ ແລະ ຕ້ອງຖືກ ສຳນັກງານປ້ອງກັນ ແລະ ປະດິດສ້າງໃໝ່ທາງການທະນາຄານຂອງລັດແຄລິຟໍເນຍ ໄດ້ເຂົ້າມາກຳກັບດູແລ ແລະ ປະກາດປິດກິດຈະການ. ຖືເປັນເຫດການທະນາຄານປິດການດຳເນີນທຸລະກິດທີ່ໃຫຍ່ທີ່ສຸດຂອງອາເມຣິກາ ນັບແຕ່ເດືອນກັນຍາປີ 2008 ເປັນຕົ້ນມາ.

ຕໍ່ມາ ໃນວັນທີ 12 ມີນາ ທະນາຄານ Signature ໜຶ່ງໃນທະນາຄານລາຍໃຫຍ່ຂອງອຸດສາຫະກຳ Cryptocurrency ເປັນຮອງພຽງ ທະນາຄານ Silvergate ກໍໄດ້ຖືກສັ່ງປິດເຊັ່ນດຽວກັນເນື່ອງຈາກໄດ້ຮັບຜົນກະທົບຈາກການປິດຕົວຂອງທັງ 2 ທະນາຄານກ່ອນໜ້ານີ້ທີ່ມີລູກຄ້າແຫ່ກັນມາຖອນເງິນ ເນື່ອງຈາກຂາດຄວາມເຊື່ອໝັ້ນໃນທະນາຄານ.

ໂດຍທາງກະຊວງການເງິນ, ທະນາຄານກາງ ແລະ ບໍລິສັດຄໍ້າປະກັນເງິນຝາກລັດຖະບານ (FDIC) ອອກຖະແຫຼງການວ່າ: ເຮົາໄດ້ສັ່ງປິດ ທະນາຄານ Signature ທີ່ຕັ້ງຢູ່ໃຈກາງເມືອງ ນິວຢອກ ເນື່ອງຈາກມີຄວາມກັງວົນ ທີ່ຈະເກີດຄວາມສ່ຽງໃນລະບົບ ແລະ ເຮົາຂໍຢືນຢັນວ່າ ປະຊາຊົນທີ່ຝາກເງິນໄວ້ກັບ Signature ຈະສາມາດເຂົ້າເຖິງ ເງິນຝາກຂອງຕົນເອງໄດ້ ເຕັມຈໍານວນ ເຊັ່ນດຽວກັນກັບ ທະນາຄານ Silicon Valley Bank.
ໂດຍນັກວິເຄາະຫຼາຍຄົນເຊື່ອວ່າ ໜຶ່ງສາເຫດທີ່ພາໃຫ້ເປັນແບບນີ້ແມ່ນຍ້ອນ ທະນາຄານກາງຂອງ ສະຫະລັດ ອາເມຣິກາ ປະກາດຂຶ້ນດອກເບ້ຍຢ່າງໄວວາ ໃນ 1 ປີ ທີ່ຜ່ານມາ ເພື່ອສູ້ກັບ ສະພາວະເງິນເຟີ້ ເຮັດໃຫ້ພັນທະບັດ ທີ່ຫຼາຍທະນາຄານຊື້ໄປກ່ອນໜ້ານີ້ ລາຄາລົດລົງຢ່າງໜັກ ແລະ ເຮັດໃຫ້ນັກລົງທຶນເລືອກທີ່ຈະສ່ຽງໜ້ອຍລົງ ເນື່ອງຈາກຕົ້ນທຶນທາງການເງິນທີ່ເພີ່ມສູງຂຶ້ນ ສົ່ງຜົນໃຫ້ບໍລິສັດສະຕາດອັບ ແລະ ຕົ້ນທຶນການລະດົມທຶນຂອງທະນາຄານທຸລະກິດເພີ່ມຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/