ລັດຖະບານພວມດຳເນີນມາດຕະການຄຸ້ມຄອງການນຳໃຊ້ເງິນຕາຕ່າງປະເທດ ແລະ ຊຸກຍູ້ໃຫ້ມີການນຳໃຊ້ເງິນກີບໃຫ້ກວ້າງຂວາງ ແນໃສ່ກ່ຮເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງ ແລະ ເສີມສ້າງມູນຄ່າຂອງເງິນກີບ.

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍເງິນຕາຕ່າງປະເທດ ໂດຍສະເພາະການນຳໃຊ້ເງິນຕາຕ່າງປະເທດ ແລະບັນຊີທະນາຄານເງິນຕາຕ່າງປະເທດ. ໂດຍບັນດາ​ສະມາຊິກ​ຄະນະ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ 2 ສະບັບ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ.

ໃນໄລຍະທີ່ຜ່ານມາ ທຫລ ຍັງບໍ່ໄດ້ຜັນຂະຫຍາຍເປັນນິຕິກຳ ເປັນອັນສະເພາະ ໃນການຄຸ້ມຄອງການນຳໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີເງິນຝາກເງິນຕາຕ່າງປະເທດ ຢູ່ ສປປ ລາວ, ເຮັດໃຫ້ການຄອບຄອງເງິນຕາຕ່າງປະເທດ ທັງໃນຮູບແບບເງິນຝາກ ແລະ ເງິນສົດ ຢູ່ໃນສັງຄົມ ຍັງບໍ່ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດທີ່ຊັດເຈນ.

ດັ່ງນັ້ນ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ຈຶ່ງໄດ້ນໍາສະເໜີ 02 ນິຕິກໍາ ຄື: ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດຢູ່ ສປປ ລາວ; ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ.

ໂດຍການເຄື່ອນໄຫວດັ່ງກ່າວ ແມ່ນແນໃສ່ສ້າງຄວາມເປັນເອກະພາບໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຊຸກຍູ້ການຄ້າ, ການບໍລິການ ແລະ ການລົງທຶນຂອງລາວ, ໂດຍມີເປົ້າໝາຍຮັບປະກັນໃຫ້ລາຍຮັບຈາກເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານຂອງລາວຫຼາຍຂຶ້ນ.

ເປົ້າໝາຍສູງສຸດຂອງ ທຫລ  ແມ່ນໃຫ້ທຸກຫົວໜ່ວຍໃນລາວນຳໃຊ້ເງິນກີບຢ່າງເປັນເອກະພາບ, ດຳເນີນທຸລະກຳເປັນເງິນຕາຕ່າງປະເທດຕາມທີ່ໄດ້ກຳນົດໄວ້ ແລະ ຮັບປະກັນໃຫ້ມີເງິນຕາຕ່າງປະເທດພຽງພໍເພື່ອຊໍາລະໃຫ້ປະເທດອື່ນ.

ມາຮອດປັດຈຸບັນ, ທະນາຄານກາງຍັງບໍ່ທັນສ້າງນິຕິກຳສະເພາະໃດໜຶ່ງກ່ຽວກັບການນຳໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີເງິນຝາກເງິນຕາຕ່າງປະເທດໃນລາວ ເຊິ່ງໝາຍຄວາມວ່າການຄອບຄອງເງິນຕາຕ່າງປະເທດທັງທີ່ຝາກໄວ້ໃນບັນຊີທະນາຄານ ແລະ ນຳໃຊ້ເຂົ້າໃນທຸລະກຳເງິນສົດກໍ່ຍັງບໍ່ທັນມີ

ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງຜູ້ວ່າການ ທຫລ ກ່າວວ່າ: ເຖິງວ່າກົດໝາຍທີ່ກ່ຽວຂ້ອງໃນເລື່ອງນີ້ ຈະຖືກປະກາດໃຊ້ໃນອະດີດ ແລະ ທະນາຄານໄດ້ສົ່ງເສີມການນຳໃຊ້ເງິນກີບຢ່າງຫ້າວຫັນໃນທົ່ວເສດຖະກິດ, ແຕ່ນິຕິກຳຕ່າງໆ ຍັງບໍ່ໄດ້ຖືກບັງຄັບໃຊ້ ແລະ ປະຊາຊົນສ່ວນໃຫຍ່ບໍ່ສົນໃຈ,

ມີ​ຄວາມ​ຕ້ອງການ​ເງິນຕາ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຢ່າງ​ຫຼວງຫຼາຍ ​ແລະ​ ມີ​ອັດຕາ​ແລກປ່ຽນ​ເງິນ​ກີບ​ສູງ. ເມື່ອຄົນມີເງິນຕາຕ່າງປະເທດຢາກແລກປ່ຽນເປັນເງິນກີບ, ເຂົາເຈົ້າບໍ່ໃຊ້ທະນາຄານ.

ສິນຄ້າທີ່ຂາຍໃນລາວ ສ່ວນໃຫຍ່ ແມ່ນນໍາເຂົ້າ ແລະ ກໍານົດລາຄາ ສິນຄ້າ ແລະ ການບໍລິການ ເປັນເງິນຕາ ຕ່າງປະເທດ.

ກົດໝາຍສະບັບນີ້ ຊ່ວຍໃຫ້ທະນາຄານກາງກຳນົດວ່າ ຫົວໜ່ວຍໃດສາມາດນຳໃຊ້ເງິນຕາຕ່າງປະເທດໃນລາວ ເຊັ່ນ: ເຂດເສດຖະກິດພິເສດ, ເຂດການຄ້າຊາຍແດນ ແລະ ຮ້ານຄ້າປອດພາສີ ລວມທັງທຸລະກິດທີ່ເສຍພາສີອາກອນໃຫ້ລັດຖະບານ ແລະ ແຫຼ່ງລາຍຮັບຕົ້ນຕໍແມ່ນມາຈາກເງິນຕາຕ່າງປະເທດ.

ລັດຖະບານ​ໄດ້​ຊີ້​ນຳ​ໃຫ້​ທະນາຄານ​ກາງ​ຮັດ​ແໜ້ນ​ລະບົບ​ການ​ຊຳລະ​ເງິນຕາ​ຕ່າງປະ​ເທດ​ແບບ​ເອ​ເລັກ​ໂຕຼນິກຢ່າງ​ເຂັ້ມ​ງວດ ​ແລະ ​ໃຊ້​ວິທີ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ກວດ​ສອບ​ວ່າ​ທຸລະ​ກຳ​ແມ່ນ​ຖືກຕ້ອງ ​ແລະ ບັນລຸ​ຈຸດປະສົງ​ທີ່​ແທ້​ຈິງ​ຂອງ​ການ​ຊຳລະ, ​ເພື່ອ​ໃຫ້​ການ​ນຳ​ໃຊ້​ເງິນຕາ​ຕ່າງປະ​ເທດ​ຖືກ​ກົດໝາຍ.

ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ພ້ອມທັງພາກລັດ ແລະ ເອກະຊົນ ຈົ່ງພ້ອມກັນຈັດຕັ້ງຜັນຂະຫຍາຍບັນດານິຕິກຳກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ຢູ ສປປ ລາວ ໃຫ້ເຂັ້ມງວດ ແລະ ມີການປ່ຽນແປງໃໝ່, ນຳໃຊ້ເງິນກີບຢ່າງເປັນເອກະພາບ, ນຳໃຊ້ເງິນຕາຕ່າງປະເທດເທົ່າທີ່ຈຳເປັນ ແລະ ໃຫ້ຖືກຕ້ອງກັບຈຸດປະສົງ, ເປົ້າໝາຍຂອງການນໍາໃຊ້ເງິນຕາຕ່າງປະເທດ ເພື່ອຮັບປະກັນຖານະເງິນຕາຕ່າງປະເທດ ຊຳລະກັບຕ່າງປະເທດໃຫ້ມີຄວາມເຂັ້ມແຂງ, ທັງນີ້ ກໍ່ເພື່ອຮັກສາຄ່າຂອງເງິນກີບ ແລະ ຍົກສູງບົດບາດຄ່າເງິນກີບ ເຮັດໃຫ້ເງິນກີບ ມີສະຖຽນລະພາບ ແລະ ເປັນທີ່ຕ້ອງການນັບມື້ຫຼາຍຂຶ້ນ ດັ່ງຄຳຂວັນທີ່ວ່າ “ຢູ່ເມືອງລາວ ໃຊ້ແຕ່ເງິນກີບ”.

ທີ່ມາ: ທຫລ, Vientiane Times

Vientiane Times

(1) ກອງປະຊຸມສົນທະນາແລກປ່ຽນຄ… – ທະນາຄານແຫ່ງ ສປປ ລາວ – Bank of the Lao PDR | Facebook