ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຫຼື ທຄຕລ ໄດ້ຮ່ວມມືກັບ ບໍລິສັດ Global Loyalty Network (GLN) ເຊິ່ງເປັນລະບົບເຄືອຂ່າຍໂອນເງິນຂ້າມປະເທດ ຈາກ ສ.ເກົາຫຼີ ໂດຍກຽມທົດລອງໃຫ້ບໍລິການໂອນເງິນຂ້າມປະເທດ ຜ່ານແອັບ BCEL One ໃນທ້າຍປີ 2023 ນີ້ ເພື່ອອຳນວຍຄວາມສະດວກໃຫ້ແຮງງານ ແລະ ນັກທ່ອງທ່ຽວ ທັງຢູ່ປະເທດເກົາຫຼີ ແລະ ສປປ ລາວ.
ໄດ້ມີການຈັດພິທີເຊັນສັນຍາລະຫວ່າງ ???????????????? ແລະ ບໍລິສັດ ???????????? ???????????????????????????????????????????????????????? ???????????? ສ. ເກົາຫຼີ ພ້ອມດ້ວຍການເປີດຕົວ ການໃຫ້ບໍລິການໂອນເງິນຂ້າມແດນ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຢ່າງເປັນທາງການ ຢູ່ທີ່ ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ.
ໂດຍໃຫ້ກຽດຕາງໜ້າລົງນາມການຮ່ວມມືໃນຄັ້ງນີ້ໂດຍ ທ່ານ ສາຍຈິດ ສິມມະວົງ ຮອງຜູ້ອຳນວຍການ ???????????????? ແລະ ທ່ານ Kim Kyung-ho ຜູ້ອຳນວຍການ ບໍລິສັດ ???????????? ???????????????????????????????????????????????????????? ????????????.
ການພັດທະນາລະບົບການໂອນເງິນຂ້າມແດນລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນຄັ້ງນີ້, ກໍເພື່ອເປັນການອຳນວຍຄວາມສະດວກໃຫ້ລູກຄ້າທີ່ຢູ່ ສ. ເກົາຫຼີ ໃຫ້ສາມາດໂອນເງິນຂ້າມແດນ ຈາກ ສ. ເກົາຫຼີ -ສປປ ລາວ ໄດ້ຢ່າງສະດວກສະບາຍ, ມີຄວາມປອດໄພ, ມີຄ່າທຳນຽມທີ່ຕ່ຳກວ່າ, ພ້ອມທັງສາມາດເຮັດທຸລະກໍາໄດ້ຕະຫຼອດ 24 ຊົ່ວໂມງ.
ໃນໄລຍະທີ່ຜ່ານມາ ການໂອນເງິນຂ້າມປະເທດແມ່ນ ໄດ້ເຮັດຜ່ານລະບົບ SWIFT ເຊິ່ງເປັນລະບົບທີ່ທົ່ວໂລກໃຊ້ກັນ ແຕ່ການຈະໂອນຈາກປະເທດ ສ. ເກົາຫຼີ ມາ ສປປ ລາວ ຜ່ານລະບົບ SWIFT ແມ່ນຕ້ອງໃຊ້ເວລາປະມານ 1-2 ມື້ ເງິນເຖິງຈະເຂົ້າບັນຊີ.
ໂດຍການຮ່ວມມືຄັ້ງນີ້ຂອງ ທຄຕລ ແລະ GLN ຈະຊ່ວຍໃຫ້ ນັກທ່ອງທ່ຽວຈາກ ສ.ເກົາຫຼີ ທີ່ມາທ່ຽວລາວ ສາມາດຈ່າຍເງິນຜ່ານແອັບ GLN ທີ່ຝັງ ຟັງຊັນຂອງ BCEL One ໃນນັ້ນໄດ້ເລີຍ. ເຊັ່ນດຽວກັນກັບ ແຮງງານລາວ ທີ່ໄປເຮັດວຽກຢູ່ເກົາຫຼີ ເມື່ອໄດ້ຮັບບັນຊີທະນາຄານຈາກ ສ. ເກົາຫຼີ ແລ້ວ ກໍສາມາດນຳຂໍ້ມູນບັດຜູກກັບ ຟັງຊັນ GLN ທີ່ຢູ່ໃນແອັບ BCEL One ເພື່ອໂອນເງິນກັບມາລາວໄດ້ເລີຍ.
ສະຫຼຸບແລ້ວກໍຄື ບໍລິການດັ່ງກ່າວ ຈະເປັນບໍລິການໂອນເງິນຜ່ານລະບົບ Mobile Banking ເຊິ່ງຈະຊ່ວຍໃຫ້ ພີ່ນ້ອງຂອງແຮງງານລາວທີ່ໄປເຮັດວຽກຢູ່ ສ.ເກົາຫຼີ ສາມາດຮັບເງິນໄດ້ໂດຍທີ່ບໍ່ຈຳເປັນຕ້ອງເຂົ້າໄປທະນາຄານ ຫຼື ປ່ອງຕົວແທນບໍລິການຕ່າງໆ ກໍສາມາດຮັບເງິນທີ່ໂອນມາຈາກ ສ. ເກົາຫຼີໄດ້ເລີຍ.
ໃນໂອກາດດຽວກັນ ກໍໄດ້ມີພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມຄຸ້ມຄອງລະບົບຊໍາລະສະສາງ, ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດວຽກງານຄຸ້ມຄອງການໂອນເງິນຂ້າມແດນຂອງແຮງງານລາວຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດຢູ່ ສປປ ລາວ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/