ແນວຄິດນີ້ ເປັນແນວຄິດຂອງສວນສະໜຸກ Merlin Entertainments ໃນປະເທດອັງກິດ ຮ່ວມມືກັບ Coca-Cola ສ້າງຕູ້ທີ່ສາມາດແລກກະຕຸກນ້ຳພລາສຕິກເພື່ອລຸ້ນຮັບທຣິບທ່ອງທ່ຽວການຮຽນຮູ້ ແລະ ອະນຸລັກລະບົບນິເວດທາງທະເລອີກດ້ວຍ.

ຕູ້ດັ່ງກ່າວ ໄດ້ແລກຕຸກນ້ຳມາເກັບໄວ້ໄດ້ຫຼາຍເຖິງ 100,000 ຕຸກແລ້ວ. ມັນໄດ້ຖືກຕິດຕັ້ງຕາມຈຸດທ່ອງທ່ຽວຕ່າງໆ 9 ແຫ່ງ ແລະ ມີຫຼາຍເຖິງ 22 ຈຸດ. ສ່ວນຕຸກນ້ຳທີ່ສາມາດນຳມາລຸ້ນໄດ້ ແມ່ນຕຸກຂະໜາດ 500 ml.

ທາງ Merlin Entertainments ຜູ້ຜະລິດກ່າວວ່າ ທີ່ບໍລິສັດເລືອກຮ່ວມມືກັບ Coca -Cola ໃນຄັ້ງນີ້ ກໍຍ້ອນວ່າ ຕຸກ PET ຣີໄຊເຄິລຂອງ Coca -Cola ສາມາດໝຸນວຽນກັບມາຣີໄຊເຄິລໃໝ່ໄດ້ເລື້ອຍໆ.

ນອກຈາກນີ້ ພວກເຂົາຍັງຫວັງຈະລົດຂີ້ເຫຍື້ອພລາສຕິກໃນສະຖານທີ່ທ່ອງທ່ຽວໃນເຄືອບໍລິສັດອີກດ້ວຍ ພວກເຂົາຍັງຈະມີລະບົບທີ່ສາມາດຄັດແຍກຂີ້ເຫຍື້ອໄດ້ແທນການຝັງທີ່ຈະທຳລາຍສິ່ງແວດລ້ອມ ແລະ ຊັບພະຍາກອນດິນຕື່ມ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment