ຕະຫຼາດອາຊີສ່ວນໃຫຍ່ມີການຟື້ນຕົວຂຶ້ນຫຼາຍນັບຕັ້ງເເຕ່ວັນຈັນທີ່ຜ່ານມາ ໃນສ່ວນຂອງນ້ຳມັນ​ເເມ່ນຫຼຸດລົງເລັກນ້ອຍຈາກ​ການ​ຂະຫຍາຍ​ເວລາໃນການ​ຢຸດ​ຍິງ​ຂອງ​ອິດ​ສະ​ຣາ​ເອວ – ຮາມາສ


ເມື່ອວັນຈັນທີ່ຜ່ານມາ ດັດຊະນີຂອງຮຸ້ນຕ່າງໆໃນຕະຫຼາດອາຊີໄດ້ມີທັງການຫຼຸດລົງ ເເລະ ເພີ່ມຂຶ້ນປະປົນກັນໄປ, ເເຕ່ຫຼັງຈາກທີ່ຜ່ານໄປໜຶ່ງມື້ ກໍພົບເຫັນວ່າດັດຊະນີທີ່ສຳຄັນສ່ວນໃຫຍ່ໃນຕະຫຼາດເເມ່ນມີການຟື້ນຕົວຂຶ້ນຫຼາຍ. ໃນຂະນະທີ່ລາຄາຂອງນໍ້າໃນມື້ນີ້ໄດ້ມີການປັບຕົວລົງເລັກນ້ອຍຫຼັງຈາກທີ່ກາຕ້າໄດ້ອອກມາປະກາດວ່າ: ຈະຂະຫຍາຍເວລາໃນການພັກຮົບລະຫວ່າງອິດສະຣາເອວ ເເລະ ຮາມາສອອກໄປອີກ 2–3 ມື້.

  • ສັນຍາຊື້ຂາຍລ່ວງໜ້າຂອງນ້ຳມັນ Brent ໃນເດືອນມັງກອນໄດ້ມີການຫຼຸດລົງ 50 ເຊນ ຫຼື 0.62% , ໂດຍມີການຊື້ຂາຍກັນຢູ່ທີ່ 80.08 ໂດລາຕໍ່ບາເຣວ. ໃນຂະນະທີ່ສັນຍາຊື້ຂາຍລ່ວງໜ້າຂອງນໍ້າມັນດິບ West Texas Intermediate ຈາກທີ່ເຄີຍຂາດທຶນກ່ອນໜ້ານີ້ ໄດ້ມີການກັບຕົວ ເເລະ ເພິ່ມຂຶ້ນ 0.4%, ໂດຍມີການຊື້ຂາຍກັນຢູ່ທີ່ 75.16 ໂດລາຕໍ່ບາເຣວ.
  • ໃນອອສເຕຣເລຍ, ດັດຊະນີ S&P/ASX 200 ມີການເພີ່ມຂຶ້ນ 0.39% ແລະ ປິດຢູ່ທີ່ 7,015.2, ກ່ອນການລາຍງານອັດຕາເງິນເຟີ້ໃນເດືອນຕຸລາ.
  • ດັດຊະນີ Kospi ຂອງເກົາຫຼີໃຕ້ ມີການເພີ່ມຂຶ້ນ 0.35%, ໃນຂະນະທີ່ຮຸ້ນຂະໜາດນ້ອຍຂອງ Kosdaq ເຫັນວ່າມີການເພີ່ມຂຶ້ນຂອງ 0.49%.
  • ດັດຊະນີຂອງຕະຫຼາດຍີ່ປຸ່ນ Nikkei 225 ແລະ Topix ໄດ້ມີການຫຼຸດລົງ 0.23% ແລະ 0.3% ຕາມລໍາດັບ.
  • ດັດຊະນີ Hang Seng ຂອງຮ່ອງກົງໄດ້ມີການຫຼຸດລົງ 0.44%, ໃນຂະນະທີ່ດັດຊະນີ CSI 300 ຂອງຈີນແມ່ນຢູ່ຕໍ່າກວ່າເສັ້ນ flatline ພຽງເລັກນ້ອຍ.

ໃນສ່ວນຂອງດັດຊະນີຫຼັກທັງ 3 ຕົວຂອງສະຫະລັດກໍໄດ້ມີການຫຼຸດລົງໃນຊົ່ວຂ້າມຄືນຂອງວັນຈັນທີ່ຜ່ານມາ.

ຮຸ້ນສະຫະລັດໄດ້ມີການປັບຕົວຂຶ້ນນັບຕັ້ງເເຕ່ລັດຖະບານໄດ້ມີການປ່ອຍໃຫ້ຊື້ພັນທະບັດລັດຖະບານອາຍຸ 10 ປີ, ເຊິ່ງເພີ່ມຂຶ້ນ 5% ໃນໄລຍະເວລາສັ້ນໆໃນ ທ້າຍເດືອນຕຸລາ. ໃນປັດຈຸບັນ, ດັດຊະນີ S&P 500 ມີການເພິ່ມຂຶ້ນ 8.5% ໃນເດືອນພະຈິກ, ໃນຂະນະທີ່ດັດຊະນີ Dow Jones ເພີ່ມຂຶ້ນ 6.9% ແລະ Nasdaq ເພີ່ມຂຶ້ນ 10.8%.

ໃນວັນຈັນທີ່ຜ່ານມາ, ດັດຊະນີ Dow Jones Industrial Average ຫຼຸດລົງ 0.16%, ໃນຂະນະທີ່ S&P 500 ຫຼຸດລົງ 0.2% ເເລະ Nasdaq Composite ມີການສູນເສຍໜ້ອຍທີ່ສຸດ, ໂດຍຫຼຸດລົງ 0.07%.

ທີ່ມາ:

cnbc

asia-markets

us-markets

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/