ຫວານເປັນລົມຂົມເປັນຢາທີ່່ແທ້ຈິງ ໂດຍຜົນການວິໄຈລ່າສຸດ ຈາກມະຫາວິທະຍາໄລ Heinrich-Heine ໃນປະເທດເຢຍລະມັນ ໄດ້ເຮັດການສຶກສາ-ຄົ້ນຄວ້າ ມາດົນເຖິງ 10 ປີ ພົບວ່າ ຈາກກຸ່ມຕົວຢ່າງ 2,000 ຄົນ ທີ່ດື່ມກາແຟມື້ລະ 4 ຈອກ ເຊິ່ງເຮັດໃຫ້ອັດຕາການເສຍຊີວິດໄດ້ລົດລົງເຖິງຮ້ອຍລະ 64 (ຫຼື 64%) ຍ້ອນວ່າສານຄາເຟອິນໃນກາແຟ ເປັນສານ antioxidants ແບບດີ ແລະ ຜົນການວິໃຈຍັງພົບວ່າ ການບໍລິໂພກຄາແຟອິນຊ່ວຍບຳລຸງສຸຂະພາບໃຫ້ກັບຫົວໃຈ ແລະ ລົດຄວາມສ່ຽງຂອງໂຣກມະເຮັງ, ເບົາຫວານ ແລະ ໂຣກສະໝອງເສື່ອມ ໄດ້, ນອກຈາກນີ້ຄາເຟອິນຍັງຊ່ວຍໃນເລື່ອງພັດທະນາຄຸນນະພາບຂອງເຊວທີ່ເປັນສ່ວນປະກອບຂອງເສັ້ນເລືອດຫົວໃຈ ແລະ ເສັ້ນເລືອດທົ່ວໄປ.

ນອກຈາກນີ້ ຍັງມີສາດສະດາຈານ Tim Chico ທີ່ຊຽວຊານດ້ານຫຼອດເລືອດຫົວໃຈ ຈາກວິທະຍາໄລ Sheffield ໄດ້ກ່ວາເສີມວ່າ ມີຫຼັກຖານຫຼາຍໆຢ່າງທີ່ສະໜັບສະໜູນວ່າ ກາເຟຊ່ວຍປ້ອງກັນໂຣກໄພບາງຢ່າງ ເຊິ່ງເປັນຜົນດີຂອງສານຄາເຟອິນທີ່ມີຕໍ່ຮ່າງກາຍ.
!!! ຄຳເຕືອນ !!! ເຮົາສາມາດຈິບກາເຟໄດ້ ແຕ່ຂໍເປັນແບບ “ Black coffee (ແບັກຄອບຟີ = ການເຟດຳ) ” ເພາະຖ້າດື່ມແບບໃສ່ທັ້ງ ນົມ-ຄີຣມ-ນ້ຳຕານ ດື່ມແຕ່ມື້ລະ 2 ຈອກເທົ່ານັ້ນ ເບົາຫວານ-ມະເຮັງ-ສະໝອງເສື່ອມ ຖາມຫາເຮົາແນ່ນອນ.
ຮຽບຮຽງໂດຍ: mayji jung
ຂໍ້ມູນຈາກ: https://www.nationtv.tv/main/content/378655391?qj1
#Laox # ມີຄວາມສ່ຽງໜ້ອຍລົງໂຣກສະໝອງເສື່ອມ ແລະ ເບົາຫວານ # ຊ່ວຍບຳລຸງສຸຂະພາບໃຫ້ກັບຫົວໃຈ# ດື່ມກາເຟຢ່າງມີສຸຂະພາບດີ