ວັນທີ 5 ກຸມພາ ທີ່ປະເທດ ຊິລີ ໄດ້ເກີດເຫດໄຟໄໝ້ປ່າ ຢ່າງຮຸນແຮງ ແລະ ລຸກລາມໄປເປັນວົງກວ້າງ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 24 ຄົນ ແລະ ບາດເຈັບອີກ ຫຼາຍກວ່າ 1.000 ຄົນ ນັບເປັນໄພພິບັດທາງທໍາມະຊາດ ທີ່ຮຸນແຮງທີ່ສຸດໃນຮອບຫຼາຍປີ ຂອງປະເທດ ຊິລີ.
ເຫດການຄັ້ງນີ້ ຮຸນແຮງເຖິງຂັ້ນວ່າ ທາງຊິລີໄດ້ປະກາດຂໍຄວາມຊ່ວຍເຫຼືອລະຫວ່າງປະເທດ ເພື່ອຮັບມືກັບວິກິດໄຟປ່າຄັ້ງນີ້ ເຊິ່ງບັນດາປະເທດໃກ້ຄຽງ ແລະ ໜ່ວຍງານລະຫວ່າງປະເທດ ແລະ ລະດັບສາກົນ ໄດ້ເລີ່ມສົ່ງຄວາມຊ່ວຍເຫຼືອຕ່າງໆ ບໍ່ວ່າຈະເປັນອຸປະກອນຊ່ວຍເຫຼືອຈຳເປັນ, ເຮືອບິນ ແລະ ທີມນັກດັບເພີງຜູ້ມີປະສົບການ ໃຫ້ກັບທາງຊິລີແລ້ວ. ປ່າ ແລະ ພື້ນທີ່ກະສິກຳບໍລິເວນຕອນກາງຂອງປະເທດຊິລີ ແມ່ນໄດ້ຮັບຄວາມເສຍຫາຍຢ່າງໜັກ.

ທ່ານ ກາບຽວ ບໍຣິກ ປະທານາທິບໍດີ ຂອງປະເທດຊິລີ ໄດ້ປະກາດສະຖານະການສຸກເສີນບໍລິເວນທີ່ໄຟປ່າລຸກລາມຢ່າງຮຸນແຮງແລ້ວ ໄດ້ແກ່ ແຄວ້ນບິໂອບີໂອ, ແຄວ້ນນູເບວ ເພື່ອໃຫ້ການຊ່ວຍເຫຼືອໂດຍກົງໄປຍັງເຂດປະສົບໄພໃຫ້ໄວທີ່ສຸດ. ພ້ອມບອກວ່າ ຄວາມພ້ອມໃນການຮັບມືກັບວິກິດການຂອງປະຊາຊົນຊິລີ ຈະມີບົດບາດສຳຄັນໃນການຊ່ວຍຊິລີຜ່ານຜ່າຄວາມຫຍຸ້ງຍາກເຫຼົ່ານີ້.

ທາງການຊິລີເປີດເຜີຍວ່າ ທາງເຈົ້າໜ້າທີ່ໄດ້ກວດພົບໄຟປ່າຫຼາຍກວ່າ 260 ຈຸດ ໃນຫຼາຍແຄວ້ນທົ່ວປະເທດ ຊິລີ ແລະ ໄດ້ເຜົາທຳລາຍພື້ນທີ່ໄປແລ້ວກວ່າ 2,7 ແສນແຮັກຕາ ຫຼື ປະມານ 2700 ກວ່າກິໂລຕາແມັດ.

ໂດຍໄຟປ່າທີ່ລຸກລາມຢ່າງໜັກ ເປັນຜົນກ່ຽວເນື່ອງມາຈາກ ກະແສຄວາມຮ້ອນທີ່ແຜ່ປົກຄຸມຫຼາຍປະເທດໃນທະວີບອາເມຣິກາໃຕ້ ຂະນະທີ່ອຸນຫະພູມສະເລ່ຍ ໃນບາງພື້ນທີ່ສາມາດວັດແທກໄດ້ສູງເຖິງ 40 ອົງສາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/