ເພງ “ກັບບໍ່ໄດ້” ຂອງນັກຮ້ອງໄວໜຸ່ມສຽງດີມີເອກະລັກ ຢຸດ ສາລະວັນ ແລະ STS73 (ສຸລິ ນັນທະວົງ) ກາຍ 30 ລ້ານວິວແລ້ວ ຫຼັງຈາກປ່ອຍເພງອອກມາພຽງ 3 ເດືອນປາຍເທົ່ານັ້ນ, ຖືວ່າເປັນອີກເພງລາວທີ່ກຳລັງມາແຮງໃນຂະນະນີ້ ແລະ ກ່ອນໜ້ານີ້ ກໍຍັງເປັນເພງທີ່ຕິດອັນດັບ 1 ໃນລາວ ແລະ ອັນດັບຕົ້ນໆໃນໄທຫຼາຍກວ່າໜຶ່ງອາທິດ. ເຊື່ອວ່າເພງນີ້ບາງຄົນອາດຈະຟັງຫຼາຍກວ່າ 2 ຮອບຕໍ່ມື້ ແລະ ບໍ່ວ່າຈະເປັນແຟນເພງທັງລາວ-ໄທ ຕ່າງກໍຮັບຊົມ ແລະ ຮັບຟັງ ຕັ້ງແຕ່ມື້ປ່ອຍເພງອອກມາຈົນມາຮອດປັດຈຸບັນ.

ສ່ວນນັກຮ້ອງກໍກຳລັງໄດ້ຮັບຄວາມສົນໃຈຈາກຄົນລາວເປັນຈຳນວນຫຼາຍ ສັງເກດໄດ້ເມື່ອຕອນພວກເຂົາອອກງານ ຈະມີທັງແຟນໆຂໍຖ່າຍຮູບ, ຂໍລາຍເຊັນ ພິເສດໄປກວ່ານັ້ນກໍມີການແຈກທິບໃຫ້ກັບນັກຮ້ອງອີກພ້ອມ. ດ້ວຍຄວາມທີ່ພວກເຂົາທັງສອງ ຢຸດ ສາລະວັນ ແລະ STS73 (ສຸລິ ນັນທະວົງ) ມີນິດໄສທີ່ອ້ອນນ້ອມຖ່ອມຕົນ ມີເອກະລັກທີ່ເປັນຂອງຕົນເອງ ໂດຍສະເພາະສຽງ ຈຶ່ງເຮັດໃຫ້ຄົນລາວຫຼາຍຄົນ ລວມທັງແຟນໆທາງຝັ່ງໄທ ໃຫ້ຄວາມສົນໃຈ ແລະ ຟັງເພງຂອງພວກເຂົາ.

ໃນດ້ານຂອງເພງອື່ນທີ່ນອກເໜືອຈາກເພງນີ້ ກໍມີຍອດວິວຫຼາຍເຊັ່ນດຽວກັນ ເຊິ່ງເປັນຊ່ອງຂອງພວກເຂົາໂດຍສະເພາະ ເປັນເພງດ່ຽວທີ່ກຳລັງມາແຮງ ເປັນຕົ້ນແມ່ນເພງຂອງນ້ອງ ສຸລິ ນັນທະວົງ ຊື່ວ່າ “ພິການຕາຍັງມີໃຈ” ພຽງແຕ່ປ່ອຍອອກມາພາຍໃນ 1 ເດືອນ ກໍມີຍອດວິວສູງເຖິງ 16 ລ້ານວິວ, ໃນເລື່ອງຂອງດົນຕີ ສຽງຂອງນ້ອງກໍມີເອກະລັກ ແລະ ໂດດເດັ່ນ. ເດັກນ້ອຍ-ຜູ້ໃຫຍ່ ກໍຮ້ອງຕາມໄດ້ແບບສະບາຍໆ ຍິ່ງໄປກວ່ານັ້ນເພງນີ້ຄົງອາດຖືກໃຈໃຜຫຼາຍໆ ທີ່ທໍ້ແທ້ ແລະ ໝົດກຳລັງໃຈ ໃນເລື່ອງຂອງໜ້າຕາ ຟັງແລ້ວກໍເຮັດໃຫ້ມີກຳລັງໃຈຂຶ້ນມາທັນທີ.

ສອງນັກຮ້ອງ ຖືໄດ້ວ່າເປັນໄວໜຸ່ມສ້າງຜົນງານເພງທີ່ກຳລັງມາແຮງ ແລະ ໄດ້ຮັບຄວາມສົນໃຈ ໃນປັດຈຸບັນ ແລະ ກໍຍັງສາມາດເປັນຕົວແບບ ຫຼື ຕໍ່ຍອດ ໃຫ້ກັບເຍົາວະຊົນຄົນຮຸ່ນໃໝ່ ທີ່ສົນໃຈໃນດ້ານການແຕ່ງເພງ-ຮ້ອງເພງ ຫຼື ແຮັບ ທີ່ມີສຽງປະສົມປະສານອອກແນວລູກທົ່ງ-ສະຕິງ ອາດເຮັດໃຫ້ຄົນຮຸ່ນໃໝ່ມີແຮງບັນດານໃຈເກີດຂຶ້ນ ແລະ ອາດຈະເປັນອີກກຸ່ມໜຶ່ງ ທີ່ເຮັດໃຫ້ວົງການເພງກ້າວໜ້າຕໍ່ໄປຂຶ້ນຕື່ມອີກ.

ຮັບຊົມຜົນງານເພງໄດ້ທີ່:
ສາມາດອ່ານຂ່າວເພີ່ມຕື່ມໄດ້ທີ່:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/