ຍັງຄົງເປັນເບີ 1! BLACKPINK ມີຜູ້ຕິດຕາມຊ່ອງ YouTube ສູງສຸດໃນເຈນ 3


ເຖິງແມ່ນວ່າວົງການເພງ K-POP ຈະມີກຸ່ມສິລະປິນເກີດໃໝ່ມາປະດັບວົງການຢູ່ຕະຫຼອດເວລາ ແຕ່ 4 ສາວ BLACKPINK ຢ່າງ Lisa, Jennie, Jisoo ແລະ Rosé ກໍຍັງຄົງໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ ເຫັນໄດ້ຈາກຜົນງານເພງທີ່ຈະມັກຄອງພື້ນທີ່ແພລັດຟອມອອນລາຍຕ່າງໆທົ່ວໂລກ.

ຢ່າງ YouTube ແພລັດຟອມທີ່ສຳຄັນສຳລັບສິລະປິນ K-POP ໃນການເຂົ້າເຖິງຜູ້ຟັງ ແລະ ຈຳນວນການຕິດຕາມກໍເປັນຂໍ້ພິສູດໄດ້ເຖິງຄວາມນິຍົມຂອງພວກເຂົາ ຜົນປາກົດວ່າ 4 ສາວ BLACKPINK ໄດ້ກາຍເປັນສິລະປິນ K-POP ເຈນ 3 ທີ່ມີຜູ້ຕິດຕາມຊ່ອງ YouTube ຫຼາຍຮອດ 93.8 ລ້ານຄົນ.

ຜົນດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມນິຍົມຂອງ 4 ສາວ ເຖິງແມ່ນວ່າຈະບໍ່ປ່ອຍເພງໃນນາມວົງຮອດ 2 ປີກວ່າ ແຕ່ 4 ສາວ BLACKPINK ຢ່າງ Lisa, Jennie, Jisoo ແລະ Rosé ກໍຍັງຄົງເປັນເກີກຸບທີ່ມີອິດພົນທີ່ສຸດໃນໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/