ໄລະຍະຫຼາຍປີທີ່ຜ່ານມານີ້ ທາງນັກຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດລາວ ພ້ອມທີມງານ ໄດ້ຄົ້ນພົບພືດ 6 ຊະນິດໃໝ່ຂອງໂລກ ທີ່ໄດ້ຄົ້ນພົບໃນ ສປປ ລາວ ເຮົາ. ນີ້ກໍຖືໄດ້ວ່າຊັບພະຍາກອນທຳມະຊາດໃນລາວເຮົາກໍຍັງເຕັມໄປດ້ວຍຄວາມອຸດົມສົມບູນ ແລະ ຍັງມີສິ່ງໃໝ່ໆທີ່ຕ້ອງໄດ້ຄົ້ນຄວ້າອີກຫຼາຍ ເພາະໃນທຳມະຊາດບ້ານເຮົາມີຫຼາຍສິ່ງໃຫ້ໜ້າຄົ້ນຫາຢູ່ສະເໝີ.
ມື້ນີ້ທາງທີມງານ LaoX ຂອງພວກເຮົາໄດ້ມີໂອກາດສຳພາດໜຶ່ງໃນທີມງາມຜູ້ທີ່ໄດ້ຄົ້ນພົບບັນດາພືດຊະນິດໃໝ່ນີ້ ເຊິ່ງຈະເປັນແບບໃດເຮົາມາຕິດຕາມກັນໄດ້ເລີຍ.
- ຂໍຊື່ແທ້ນາມສະກຸນ, ມາຈາກໃສ, ການສຶກສາ ປັດຈຸບັນເຮັດວຽກຢູ່ໃສ ແລະ ຕຳແໜ່ງໃດ?
ອຈ. ປທ. ເພັດລາສີ ສຸລະເດດ, ນັກຄົ້ນຄວ້າປະລິນຍາເອກ ແລະ ອາຈານສອນສັງກັດຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ (ໜຶ່ງໃນທີມງານການຄົ້ນຄວ້າຄັ້ງນີ້)
- ທີມນັກຄົ້ນຄວ້າ ມີໃຜແດ່?
- ອຈ. ປທ. ແກ້ວອຸດອນ ສຸວັນນະກຸມມານ, ນັກຄົ້ນຄວ້າ ແລະ ອາຈານສອນ ຄະນະວິທະຍາສາດທຳມະຊາດ (ຜູ້ຊ່ຽວຊານພືດຕະກຸນຊາລືສີ/ຜູ້ຂຽນຫຼັກ)
- ອຈ. ປທ. ສຸລິວັນ ຫລ້າໜໍ່ສະຫວັນ, ນັກຄົ້ນຄວ້າ ແລະ ອາຈານສອນ ຄະນະວິທະຍາສາດທຳມະຊາດ.
- ອຈ. ປທ. ພົງໄພບູນ ພອນປະເສີດ, ນັກຄົ້ນຄວ້າ ແລະ ອາຈານສອນ ຄະນະວິທະຍາສາດສິ່ງແວດລ້ອມ.
- ຮສ. ປອ. ວິຈິດ ລຳໄຊ, ຊ່ຽວຊານພືດອາວຸໂສ ແລະ ອາຈານສອນ ຄະນະວິທະຍາສາດທຳມະຊາດ.
- Assoc. Prof. Dr. Shuichiro Tagane, ຊ່ຽວຊານພືດ ມະຫາວິທະຍາໄລ Kagoshima University, ປະເທດຍີ່ປຸ່ນ.
- Dr. Wittaya Pongamornkul, ນັກຄົ້ນຄວ້າ ສວນພືດສາດ Queen Sirikit Botanic Garden, ປະເທດໄທ.
- ພືດຊະນິດໃໝ່ທີ່ພົບມີຢູ່ໃສ ແລະ ຊື່ຫຍັງແດ່?
ໄດ້ຄົ້ນພົບ ພືດຊະນິດໃໝ່ຂອງໂລກ ຈຳນວນ 6 ຊະນິດ ໃນຕະກຸນຊາລືສີ (Gesneriaceae) ແລະ ໃຫ້ຊື່ລາວວ່າ:

ດອກລະຄັງເງິນ
ດອກລະຄັງເງິນ ມີຊື່ທາງວິທະຍາສາດແມ່ນ Hemiboea olivifolia Souvann. & Taganeຖືກຄົ້ນພົບທີ່ ຜານ້ຳຍາດ (ແຂວງຫຼວງພະບາງ) 2012

ດອກແກມ່ວງໃຫຍ່
ດອກແກມ່ວງໃຫຍ່ ມີຊື່ທາງວິທະຍາສາດແມ່ນ Didymocarpus trilobus Souvann. & Phonep. ຖືກຄົ້ນພົບທີ່ ປ່າສະຫງວນແຫ່ງຊາດພູເຂົາຄວາຍ (ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ) 2020

ດອກແກຂາວໃຈຟ້າ
ດອກແກຂາວໃຈຟ້າ ມີຊື່ທາງວິທະຍາສາດແມ່ນ Didymocarpus laoticus Souvann. & Lanors. ຖືກຄົ້ນພົບທີ່ ປ່າສະຫງວນແຫ່ງຊາດພູເຂົາຄວາຍ (ແຂວງບໍລິຄຳໄຊ) 2020

ດອກຊາລືສີ
ຊາລຶສີ ມີຊື່ທາງວິທະຍາສາດແມ່ນ Paraboea planiflora Souvann. & Lanors.ຖືກຄົ້ນພົບທີ່ ປ່າສະຫງວນແຫ່ງຊາດພູເຂົາຄວາຍ (ແຂວງໄຊສົມບູນ ແລະ ແຂວງບໍລິຄໍາໄຊ) 2020

ດອກແກມ່ວງບໍລະເວນ
ດອກແກມ່ວງບໍລະເວນ ມີຊື່ທາງວິທະຍາສາດແມ່ນ Didymocarpus bolavenensis Souvann., Soulad. & Phonep.ຖືກຄົ້ນພົບທີ່ ອຸທະຍານແຫ່ງຊາດດົງຫົວສາວ (ແຂວງຈຳປາສັກ) 2020

ດອກແກຫຼອດມ່ວງ
ດອກແກຫຼອດມ່ວງ ມີຊື່ທາງວິທະຍາສາດແມ່ນ Didymocarpus angustiflorus Souvann. & Lanors.ຖືກຄົ້ນພົບທີ່ ປ່າສະຫງວນແຫ່ງຊາດພູເຂົາຄວາຍ (ແຂວງບໍລິຄໍາໄຊ) 2020
ແລະ ພືດລາຍງານໃໝ່ສຳລັບ ສປປ ລາວ ຈຳນວນ 8 ຊະນິດ ເປັນຊະນິດນອນໃນຕະກຸນຊາລືສີ (Gesneriaceae).
ການສຶກສາ ເລີ່ມຕັ້ງແຕ່ປີ 2012-2020 ໂດຍເກັບຕົວຢ່າງຈາກຫຼາຍແຂວງໃນລາວ: ຫຼວງພະບາງ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ຈຳປາສັກ. ຜົນການສຶກສາແມ່ນຖືກຕີພິມ ໃນວາລະສານສາກົນ Gardens’ Bulletin Singapore 73(2): 427–456.
- ຢາກໃຫ້ອາຈານອະທິບາຍຄຳວ່າ “ພືດຊະນິດໃໝ່” (New species) ເນື່ອງຈາກຫຼາຍຄົນຍັງເຂົ້າໃຈຜິດ ວ່າພວກເຂົາພົບເຫັນຢູ່ຫຼັງເຮືອນຢູ່
ພືດຊະນິດໃໝ່ຂອງໂລກ ຫມາຍເຖິງພືດທີ່ຄົ້ນພົບໃໝ່ ແລະ ໃຫ້ຊື່ທາງວິທະຍາສາດຄັ້ງທຳອິດ (ພືດອາດມີຢູ່ໃນທຳມະຊາດແລ້ວ ແຕ່ຍັງບໍ່ທັນມີການຢັ້ງຢືນທາງວິທະຍາສາດ ຫລື ຍັງບໍ່ທັນມີຊື່ທາງວິທະຍາສາດເທື່ອ) ເຊິ່ງຜ່ານການສຶກສາຢ່າງລະອຽດໂດຍນັກພືດສາດຜູ້ມີຄວາມຊຳນານກັບພືດກຸ່ມດັ່ງກ່າວ.

- ຮູ້ສຶກແນວໃດ ກັບການຄົ້ນພົບນີ້?
ການຄົ້ນພົບພືດຊະນິດໃໝ່ຄັ້ງນີ້ ເປັນໝາກຜົນຂອງໂຄງການສຶກສາພັນພືດຂອງ ສປປ ລາວ ເຮົາ. ໄລຍະຜ່ານມາກຸ່ມນັກພືດສາດພວກເຮົາ ແມ່ນໄດ້ເຮັດສຳຫຼວດໃນຫຼາຍພື້ນທີ່ ແຕ່ລະຄັ້ງກໍແມ່ນພົບເຫັນ ແລະ ສາມາດລາຍງານຂໍ້ມູນໃໝ່ໆ ສຳລັບວົງການສຶກສາພືດສາດຂອງລາວ ແລະ ພາກພື້ນ. ພວກເຮົາຮູ້ສຶກດີໃຈ ທີ່ໄດ້ປະກອບສ່ວນຂໍ້ມູນໃຫ້ກັບຄວາມຫຼາກຫຼາຍຂອງຊີວະນາໆພັນຂອງລາວ ແລະ ເພີ່ມບົດບາດຂອງນັກຄົ້ນຄວ້າລາວ ໃນເວທີສາກົນ.

- ຢາກຝາກຫຍັງເຖິງນ້ອງໆ ນັກສຶກສາທີ່ຮຽນຢູ່ສາຂານີ້?
ພວກເຮົາມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແຕ່ຍັງຂາດຜູ້ມາສຶກສາໂດຍລະອຽດຢູ່ ຖ້າຫາກມີຜູ້ສົນໃຈແມ່ນໃຫ້ສຶກສາຕໍ່ຍອດການຄົ້ນຄວ້າດັ່ງກ່າວ ໃນພື້ນທີ່ອື່ນໆ. ພ້ອມນີ້ກໍຢາກໃຫ້ພວກເຮົາທຸກຄົນຫວງແຫນ ພ້ອມກັນອະນຸລັກຮັກສາ ທັງພືດ ແລະ ສັດຂອງລາວເຮົາ ໃຫ້ຄົງຢູ່ສືບຕໍ່ໄປ.
ຂອບໃຈບົດສຳພາດຈາກ : ອາຈານ ປທ. ເພັດລາສີ ສຸລະເດດ
ສຳພາດໂດຍ : Souli LaoX
ຮຽບຮຽງໂດຍ : Tern Saiyasack ສຳພາດໃນຄັ້ງວັນທີ : 12/11/2021
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/