ທ້າວ ອານຸກິດ ຄິດສະຫວັດ ໜຸ່ມລາວ ເປັນໜຶ່ງໃນ 20 ຊ່າງພາບ ຈາກຫຼາກຫຼາຍປະເທດທົ່ວໂລກທີ່ຊະນະການປະກວດຖ່າຍຮູບ ລາຍການ Life Framer ປະຈຳເດືອນມັງກອນ ປີ 2023 ທີ່ປະເທດອັງກິດ.

ໂດຍລາຍການປະກວດຖ່າຍຮູບດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນທຸກໆເດືອນ ແລະ ໃນເດືອນມັງກອນທີ່ຜ່ານມານີ້ ແມ່ນການປະກວດຮູບຖ່າຍພາຍໃຕ້ຫົວຂໍ້ “Night Life” ຫຼື ຊີວິດກາງຄືນ ໂດຍທາງລາຍການໄດ້ລະບຸເຖິງຮູບຖ່າຍຂອງ ອານຸກິດ ໄວ້ວ່າ: “ສາກດັ່ງກ່າວຄ້າຍຄືກັບບາງເຂດທີ່ສະແດງໃຫ້ເຫັນເຖິງຄວາມຂັດແຍ້ງ ຫຼື ສະຖານທີ່ອັນຕະລາຍ ທີ່ຕັ້ງຢູ່ບໍ່ໄກເກີນໄປ, ແຕ່ພາບດັ່ງກ່າວໄດ້ເປີດເຜີຍໃຫ້ເຮົາເຫັນພຽງໜ້ອຍດຽວເທົ່ານັ້ນ. ທີ່ເຫຼືອແມ່ນປ່ອຍໃຫ້ຈິນຕະນາການຂອງຜູ້ຊົມເຂົ້າໄປຄອບຄອງ.”
ໂດຍ ຊ່າງພາບໜຸ່ມ ອານຸກິດ ເປີດເຜີຍວ່າ: “ຜົນສໍາເລັດນີ້ແມ່ນເປັນຂອງຂວັນອັນລ້ຳຄ່າໃນອາຊີບການຖ່າຍຮູບຂອງຂ້ອຍ ເພາະວ່າມັນຊຸກຍູ້ໃຫ້ຂ້ອຍກ້າວໄປສູ່ຂອບເຂດຂອງທັກສະການຖ່າຍຮູບຂອງຂ້ອຍ ແລະ ນີ້ແມ່ນຜົນມາຈາກການເຮັດວຽກໜັກຫຼາຍປີ ແລະ ການແຂ່ງຂັນທີ່ຂ້ອຍເຂົ້າຮ່ວມ.”

“ຄວາມມັກໃນການຖ່າຍຮູບຂອງຂ້ອຍແມ່ນພື້ນຖານສໍາລັບຂ້ອຍທີ່ຈະເຂົ້າຮ່ວມໃນການແຂ່ງຂັນ ເຊິ່ງມັນຊຸກຍູ້ໃຫ້ຂ້ອຍປັບປຸງ ແລະ ທົດລອງໃນປະເພດຕ່າງໆຂອງການຖ່າຍຮູບ. ຂ້ອຍຂໍຊຸກຍູ້ໃຫ້ນັກຖ່າຍຮູບລາວໃຫ້ກ້າສະແດງຜົນງານຂອງຕົນເອງອອກມາ ແລະ ກ້າວໄປທາງໜ້າ”
ສຳລັບລາຍການປະກວດການຖ່າຍພາບ Life Framer, ແມ່ນສ້າງຕັ້ງຂຶ້ນໃນລອນດອນ ປະເທດອັງກິດ ດໍາເນີນການແຂ່ງຂັນປະຈໍາເດືອນເພື່ອຄົ້ນພົບນັກຖ່າຍຮູບທົ່ວໂລກ ແລະ ສໍາລັບການແບ່ງປັນ ແລະ ສະແດງການຖ່າຍຮູບທີ່ທັນສະໄໝ. ການປະກວດຂອງແຕ່ລະເດືອນມີຫົວຂໍ້ທີ່ແຕກຕ່າງກັນ ແລະ ຜູ້ຕັດສິນກໍແຕກຕ່າງກັນໄປໃນແຕ່ລະຫົວຂໍ້.
ລາຍການທີ່ຊະນະນີ້ແມ່ນຈະໄດ້ຈັດວາງສະແດງໂດຍ Life Framer ອອກສູ່ສາຍຕາຂອງຄົນທົ່ວໂລກໃນທ້າຍປີນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/