ຂໍສະແດງຄວາມຊົມເຊີຍກັບຕົວແທນໄວໜຸ່ມລາວ ຈຳນວນ 2 ນ້ອງ ກໍຄື: ນາງ ອອນອານົງ ຫອມສົມບັດ ແລະ ນາງ ສິນສະຫວັນ ສອນປະເສີດ
ທີ່ຈະໄດ້ເຂົ້າຮ່ວມງານ One Young World 2021 ທີ່ເມືອງມູນິກ, ປະເທດ ເຢຍລະມັນ ໃນວັນທີ 22-25 ກໍລະກົດນີ້ ເຊິ່ງ ນາງອອນອານົງແມ່ນຈະໄດ້ປະຊຸມອອນລາຍ ສ່ວນ ນາງສິນສະຫວັນ ແມ່ນຈະໄດ້ເຂົ້າຮ່ວມຢູ່ປະເທດເຢຍລະມັນ ເພາະປັດຈຸບັນຜູ້ກ່ຽວແມ່ນຮຽນຢູ່ປະເທດຮົງກາລີ ເຊິ່ງເປັນປະເທດໃນຂອບເຂດເອີຣົບ.


ວັນຢັງເວີລ (One Young World) ແມ່ນໂຄງການ ກອງປະຊຸມລະດັບໂລກທີ່ມີຄວາມເຊື່ອວ່າພະລັງຂອງຄົນຮຸ່ນໃໝ່ຈະເປັນແຮງຂັບເຄື່ອນສຳຄັນຂອງໂລກ ເຊິ່ງກອງປະຊຸມດັ່ງກ່າວຈະມີຕົວແທນໄວໜຸ່ມຈາກ 190 ກວ່າປະເທດທົ່ວໂລກ ອາຍຸລະຫວ່າງ 18–30 ປີ ທີ່ມີຄວາມສົນໃຈ ແລະ ຕ້ອງການແກ້ໄຂບັນຫາລະດັບໂລກ ເຊິ່ງສາມາດນຳໄປເລີ່ມໃນປະເທດຂອງຕົນໄດ້ເຊັ່ນ: ບັນຫາສິ່ງແວດລ້ອມ, ສິດທິມະນຸດ, ຄວາມທຸກຍາກ, ຄວາມເປັນຜູ້ນຳ, ກົດໝາຍ, ການສຶກສາ ແລະ ອື່ນໆ. ພ້ອມກັນນັ້ນກອງປະຊຸມດັ່ງກ່າວກໍມີຄົນເຂົ້າຮ່ວມຫຼາຍກວ່າ 1.300 ຄົນໃນແຕ່ລະປີ ເພື່ອແລກປ່ຽນຄວາມຄິດເຫັນ ແລະ ຮ່ວມກັນສ້າງການປ່ຽນແປງໃໝ່ທີ່ດີຂຶ້ນໃຫ້ແກ່ສັງຄົມ.
ນອກຈາກນີ້, ງານດັ່ງກ່າວແມ່ນຈະຍ້າຍໄປຈັດຢູ່ແຕ່ລະປະເທດທົ່ວໂລກໃນແຕ່ລະປີ ແລະ ຍັງມີບັນດາຜູ້ນຳ, ຜູ້ທີ່ມີຊື່ສຽງ ແລະ ຜູ້ທີ່ມີຜົນງານລະດັບໂລກເຂົ້າຮ່ວມໃນແຕ່ລະປີເຊັ່ນ: ທ່ານ ຈັສຕິນ ທຣູໂດ ນາຍົກລັັດຖະມົນຕີ ແຄນນາດາ, ນາງ ເອັມມາ ວັດສັນ ນັກສະແດງຮູບເງົາແຮລີພັອດເຕີ ແລະ ຜູ້ທີ່ມີຊື່ສຽງລະດັບໂລກຄົນອື່ນໆ.

ນາງ ອອນອານົງ ໜຶ່ງໃນຜູ້ເຂົ້າຮ່ວມງານ One Young World ໄດ້ໃຫ້ສຳພາດແກ່ທີມງານ Lao X ວ່າ: “ເຖິງຈະເປັນການປະຊຸມອອນລາຍ ແຕ່ຂ້ອຍເອງຈະພະຍາຍາມສຸດຄວາມສາມາດ ເພື່ອຈະແລກປ່ຽນໂອ້ລົມ ແລະ ເກັບກ່ຽວເອົາຄວາມຮູ້ກັບບຸກຄົນທີ່ມີຜົນງານໂດ່ດເດັ່ນໃນທົ່ວໂລກ ເພື່ອມາປັບໃຊ້ໃນປະເທດລາວເຮົາ ໃຫ້ເກີດດອກອອກຜົນ ແລະ ດີຂຶ້ນເທື່ອລະກ້າວ”
ພ້ອມກັນນັ້ນ ນາງ ອອນອານົງ ຍັງຝາກບາງຄຳເວົ້າປິດທ້າຍວ່າ:
“ຂໍເຊີນຊວນທຸກຄົນທີ່ສົນໃຈທີ່ຈະສະໝັກເຂົ້າຮ່ວມກອງປະຊຸມ One Young World ໃນປີໜ້າ, ເຊິ່ງຈະຈັດຂຶ້ນທີ່ ເມືອງໂຕກຽວ ແມ່ນສາມາດເຂົ້າໄປອ່ານຂໍ້ມູນໄດ້ໃນເວັບໄຊນີ້ ( https://www.oneyoungworld.com ) ແລະ ຂ້າພະເຈົ້າເຊື່ອວ່ານີ້ຈະເປັນໂອກາດທີ່ດີໃນການເສີມສ້າງຄວາມເຂົ້າໃຈຕໍ່ບັນຫາຕ່າງໆໃນໂລກ, ຈຸດປະກາຍແຮງບັນດານໃຈ ແລະ ຄວາມຮູ້. ພ້ອມນັ້ນ, ຂ້າພະເຈົ້າກໍເຊື່ອໜັ້ນວ່າ ໄວໜຸ່ມທຸກຄົນສາມາດເປັນແຮງຂັບເຄື່ອນໄປສູ່ການພັດທະນາໃນສັງຄົມໄດ້”
ທີ່ມາ: https://bit.ly/2TeNN02
ພາບ: ISCA Journal, Hatch
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/