ສຳລັບຄົນທີ່ໄດ້ເບິ່ງຮູບເງົາຊື່ດັງຈາກ ແຟຣນຊາຍຊຸບເປີຮີໂຣ້ ຂອງ Marvel ຢ່າງ Doctor Strange ພາກ 2 ຫຼື Doctor Strange in the Multiverse of Madness ທີ່ຫາກໍເຂົ້າສາຍພາຍໃນໂຮງຮູບເງົາເມື່ອມື້ວານນີ້ ເຊິ່ງໄດ້ເອີ້ນກະແສຈາກແຟນຄລັບ ແລະ ເປັນທີ່ເວົ້າເຖິງເປັນຢ່າງຫຼວງຫຼາຍ. ທັງນີ້ ເຖິງກະແສຂອງຕົວຮູບເງົາຈະອອກມາທາງທີ່ດີ ແຕ່ມັນກໍໜີບໍ່ພົ້ນດຣາມ່າ ເພາະ ຊາອຸດິອາຣະເບຍ ໄດ້ຮ້ອງຂໍໃຫ້ທາງ Disney ຕັດສາກ LGBTQ ໃນຮູບເງົາອອກ ແຕ່ວ່າຖືກທາງ Disney ປະຕິເສດກັບມາ.

ດຣາມ່ານີ້ເກີດຂຶ້ນເມື່ອອາທິດທີ່ຜ່ານມາ ກ່ອນທີ່ຮູບເງົາຈະນໍາໄປໃນສາຍທົ່ວໂລກລວມເຖິງປະເທດລາວເຮົາ ໂດຍຊາອຸດິອາຣະເບຍ ໄດ້ຮ້ອງຂໍໃຫ້ທາງ Disney ຕັດສາກ LGBTQ ໃນຮູບເງົາເຊິ່ງມີໄລຍະເວລາປະມານ 12 ວິນາທີ ອອກໄປກ່ອນທີ່ຈະນໍາເຂົ້າມາສາຍທີ່ປະເທດຂອງພວກເຂົາ.

ສໍາລັບຫຼາຍຄົນທີ່ໄດ້ເບິ່ງຮູບເງົາແລ້ວ ກໍອາດຈະສົງໄສວ່າສາກ LGBTQ ທີ່ໄດ້ກ່າວມານັ້ນ ມັນແມ່ນສາກໃດໃນຮູບເງົາ? ເຊິ່ງສາກທີ່ວ່ານັ້ນກໍຄື ສາກການຢ້ອນອະດີດຂອງຕົວລະຄອນຫຼັກຂອງຮູບເງົາຢ່າງ America Chavez ທີ່ໄດ້ນຶກເຖິງພາບຄວາມຊົງຈຳ ແລະ ເປີດເຜີຍວ່າມີແມ່ 2 ຄົນທີ່ເປັນຄູ່ຮັກເລສບ້ຽນນັ້ນເອງ.
ຢ່າງໃດກໍຕາມ ຈາກປະເດັນນີ້ Disney ກໍໄດ້ອກມາປະຕິເສດຄໍາຂໍດັ່ງກ່າວ ພ້ອມລະບຸວ່າຈະບໍ່ຂໍຕັດສາກດັ່ງກ່າວອອກ ແລະ ເມື່ອໄດ້ຄໍາຕອບແບບນັ້ນ ທາງຊາອຸດິອາຣະເບຍກໍບອກວ່າຈະບໍ່ມີການແບນຮູບເງົາ ແຕ່ຈະພະຍາຍາມຍື່ນຄໍາຂໍໄປອີກຄັ້ງ.
ທາງດ້ານ Nawaf Alsabhan ຫົວໜ້າຝ່າຍຈັດການເຣທຮູບເງົາໃນຊາອຸດິອາຣະເບຍ ໄດ້ກ່າວເຖິງກໍລະນີນີ້ວ່າ:

“ມັນເປັນພຽງສາກທີ່ກ່ຽວກັບແມ່ຂອງລາວ (America Chavez) ເພາະລາວມີແມ່ສອງຄົນ ອີ່ຫຍັງປະມານນີ້ໃນຕາເວັນອອກກາງ ມັນຍາກຫຼາຍທີ່ຈະໃຫ້ຜ່ານແລ້ວອອກສາຍໄດ້”
“ເຮົາໄດ້ຍື່ນຄໍາຂໍໄປທາງຕົວແທນຈັດຈໍາໜ່າຍ ແລ້ວພວກເຂົາກໍສົ່ງໄປຫາ Disney ແລ້ວເທື່ອນີ້ Disney ກໍຕອບປະຕິເສດກັບມາ”
“ແຕ່ມັນຈະບໍ່ຖືກແບນ ບໍ່ມີເຫດຜົນທີ່ຕ້ອງແບນຮູບເງົາ ມັນເປັນພຽງການແກ້ໄຂໜ້ອຍດຽວ ຕອນນີ້ພວກເຂົາຍັງປະຕິເສດ ແຕ່ພວກເຮົາຈະບໍ່ຍອມລົ້ມເລີກ ພວກເຮົາຈະພະຍາຍາມຕໍ່ໄປ”.
ຖ້າໃຜຢາກສໍາຜັດກັບຄວາມມ່ວນຊື່ນແລະຄວາມຕື່ນຕາຕື່ນໃຈຂອງຮູບເງົາ Doctor Strange in the Multiverse of Madness ສາມາດເຂົ້າໄປເບິ່ງໄດ້ທີ່ໂຮງຮູບເງົາໄດ້ແລ້ວ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/