ສືບເນື່ອງມາຈາກກໍລະນີ ນັກກິລາໂຮງຮຽນໃນອາເມຣິກາ ອອກມາຮຽກຮ້ອງໃຫ້ລັດຖະບານອອກກົດບໍ່ໃຫ້ນັກກິລາຂ້າມເພດຍິງ ລົງແຂ່ງຂັນກິລາປະເພດຍິງ ເຊັ່ນກໍລະນີຂອງ Lia Thomas ນັກກິລາລອຍນໍ້າ ຂ້າມເພດຍິງ ຂອງມະຫາໄລ Pennsylvania ທີ່ລົງແຂ່ງໃນກິລາລອຍນໍ້າຍີງ ແລ້ວສາມາດທຳລາຍສະຖິຕິ ຫຼາຍຢ່າງເປັນວ່າຫຼີ້ນ. ເຮັດໃຫ້ Greg Abbott ເຈົ້າແຂວງ Texas ອອກມາສັ່ງສອບສວນ ແລະ ກຳນົດຂໍ້ຈຳກັດຕໍ່ກຸ່ມຄົນ LGBTQ.
ແຕ່ວ່າການອອກກົດຄັ້ງນີ້ ມັນບໍ່ແມ່ນພຽງແຕ່ປົກປ້ອງສິດທິຂອງແມ່ຍິງເທົ່ານັ້ນ ແຕ່ການຈຳກັດສິດຂອງກຸ່ມຄົນ LGBTQ ມັນເລີ່ມລຸກລາມໄປເຖິງເລື່ອງອື່ນໆ ແລະ ໜັກຂຶ້ນເລື້ອຍໆ ເຖິງຂັ້ນວ່າມີການສັ່ງສອບສວນຜູ້ປົກຄອງທີ່ມີລູກຢູ່ໃນເກນເປັນກຸ່ມ LGBTQ ໂດຍສະເພາະຄົນທີ່ຂ້າມເພດຍິງ.

ຄອບຄົວໜຶ່ງທີ່ເດີນທາງ 2,000 ໄມຈາກ ລັດ Texas ໄປສ້າງຊີວິດໃໝ່ທີ່ເມືອງ Portland, ລັດ Oregon ບອກກັບ ABCNEWS ວ່າມັນບໍ່ແມ່ນພຽງແຕ່ການສອບສວນພໍ່ແມ່ເທົ່ານັ້ນ. ແຕ່ເດັກນ້ອຍບາງຄົນໄດ້ຖືກກວດຮ່າງກາຍ. ອ້າງວ່າພວກເຂົາຕ້ອງການກວດສອບເລື່ອງການປ່ຽນເພດ ເຊິ່ງເຂົາເຈົ້າຖືວ່າເປັນການຄຸກຄາມເດັກນ້ອຍ.

ແຕ່ບໍ່ແມ່ນວ່າທຸກຄອບຄົວມີທຶນພຽງພໍໃນການຍ້າຍຖິ່ນຖານ. ຫຼາຍຄອບຄົວໃນລັດTexas ມີສະຖານະການທາງການເງິນທີ່ຟືດເຄືອງ ສ່ວນຫຼາຍແມ່ນຕ້ອງອົດທົນຢູ່ຕໍ່ໄປ ແລະ ເດັກນ້ອຍຕ້ອງຍອມປິດບັງຕົວຕົນທີ່ແທ້ຈິງຂອງຕົນເອງ ໃນຂະນະທີ່ອາໄສຢູ່ນອກເຮືອນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/