Hallstatt ແມ່ນໜຶ່ງໃນບ້ານທີ່ເປັນເມືອງມໍລະດົກໂລກຢູ່ໃນ Salzkammergut ລັດ Upper Austria ເຂດທ່ອງທ່ຽວທໍາມະຊາດໃນອອສເຕຣຍ ເຊິ່ງໄດ້ຊື່ວ່າເປັນ ເມືອງແຄມທະເລສາບທີ່ສວຍງາມທີ່ສຸດໃນໂລກ ແລະ ຍັງເປັນໜຶ່ງໃນສະຖານທີ່ທ່ອງທ່ຽວຍອດນິຍົມຂອງອອສເຕຣຍ.
ເມື່ອອາທິດທີ່ຜ່ານມາ ໃນ Hallstatt ໄດ້ມີການຕິດຕັ້ງຮົ້ວໄມ້ຂຶ້ນມາເພື່ອບັງວິວທັດສະນີຍະພາບທີ່ສວຍງາມຢູ່ແຄມທະເລສາບ ທີ່ແນມເຫັນໂບດໃນບ້ານ ເພື່ອແກ້ໄຂບັນຫານັກທ່ອງທ່ຽວທີ່ມັກຖ່າຍຮູບເຊວຟີໃນບໍລິເວນນັ້ນ ຈົນສ້າງຄວາມລຳຄານໃຫ້ແກ່ຜູ້ທີ່ພັກອາໄສ.

ໂດຍຮົ້ວໄມ້ດັ່ງກ່າວໄປຖືກຕິດຕັ້ງຂຶ້ນຊົ່ວຄາວໃນອາທິດທີ່ຜ່ານມາ ຫຼັງຈາກທີ່ມີຊາວບ້ານເຂົ້າມາຮຽກຮ້ອງວ່າ ນັກທ່ອງທ່ຽວໄດ້ເດີນທາງໄປບ້ານເປັນຈຳນວນຫຼາຍ ເຮັດໃຫ້ບໍ່ມີຄວາມສະຫງົບ.
ປັດຈຸບັນ ໄດ້ມີການຮື້ຖອນຮົ້ວໄມ້ອອກແລ້ວ, ເຈົ້າເມືອງຂອງ Hallstatt ກ່າວວ່າ “ລາວຕ້ອງການໃຫ້ຕິດປ້າຍເພື່ອເຕືອນນັກທ່ອງທ່ຽວວ່າມີປະຊາຊົນອາໄສຢູ່ໃນພື້ນທີ່”
Hallstatt ຖືວ່າເປັນໜຶ່ງໃນສະຖານທີ່ໃນຝັນ ທີ່ນັກທ່ອງທ່ຽວທົ່ວໂລກຢາກຈະໄປສຳຜັດກັບບັນຍາກາດ ແລະ ຄວາມງາມຂອງທິວທັດ,ເຊິ່ງໃນແຕ່ລະປີມີນັກທ່ອງທ່ຽວຫຼາຍລ້ານຄົນເດີນທາງມາທີ່ Hallstatt ເພື່ອຖ່າຍຮູບຢູ່ຈຸດຊົມວິວທີ່ເຊື່ອກັນວ່າເປັນແຮງບັນດານໃຈທີ່ຢູ່ເບື້ອງຫຼັງຂອງຮູບເງົາເລື່ອງ Disney Frozen.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/