ຊາຍໜຸ່ມ YouTuber ດັ່ງກ່າວມີຊື່ວ່າ Timothy Wilks ອາຍຸ 20 ປີ ຖືກຍິງເສຍຊີວິດຄາທີ່ ຫຼັງຈາກທີ່ປອມເປັນໂຈນຖືມີດແລ່ນເຂົ້າຫາຄົນກຸ່ມໜຶ່ງ ເມື່ອຄົນກຸ່ມນັ້ນເຫັນ ຈຶ່ງຮູ້ສຶກຕົກໃຈ ເຮັດໃຫ້ David Starnes Jr. ອາຍຸ 23 ປີ ໜຶ່ງໃນຜູ່ຢູ່ໃນກຸ່ມນັ້ນຈົກປືນຂຶ້ນມາຍິງເພື່ອປ້ອງກັນຕົວ.

ເຫດການຄັ້ງນີ້ ເກີດຂຶ້ນທີ່ບ່ອນຈອດລົດ Urban Air ລັດເທນເນສຊີ ປະເທດສະຫະລັດອາເມຣິກາ, ຕໍ່ມາຕຳຫຼວດໄດ້ມາເຖິງສະຖານທີ່ເກີດເຫດ David Starnes Jr. ໄດ້ສາລະພາບກັບຕຳຫຼວດວ່າລາວເປັນຄົນຍິງ ເພາະຕົນເອງບໍ່ຮູ້ວ່ານີ້ເປັນການຖ່າຍຄລິບຫຼອກຄົນ, ຄຳໃຫ້ການດັ່ງກ່າວ ກົງກັບພະຍານຫຼາຍຄົນທີ່ເຫັນເຫດການ ແລະ ຕອນນີ້ຕຳຫຼວດຍັງບໍ່ທັນໄດ້ຕັ້ງຂໍ້ຫາໃດກັບ David ເທື່ອ ເພາະຖືວ່າເປັນການຍິງເພື່ອປ້ອງກັນຕົວ.

ຢ່າງໃດກໍຕາມ ຕຳຫຼວດບອກວ່າຈະເລັ່ງກວດສອບຄະດີທີ່ເກີດຂຶ້ນເພີ່ມເຕີມ ກ່ອນຈະດຳເນີນຄະດີຕາມກົດໝາຍ.
ເຫັນແບບນີ້ແລ້ວ ໃຜທີ່ມັກຖ່າຍຄລິບຫຼອກຄົນອື່ນກໍຕ້ອງຄິດໃຫ້ດີ ແລະ ຮອບຄອບ ໃຫ້ເຫດການດັ່ງກ່າວເປັນຄະຕິເຕືອນໃຈຕົວເອງ ເພື່ອບໍ່ໃຫ້ເກີດເຫດການໜ້າເສົ້າໃຈແບບນີ້ຂຶ້ນ.
ຂອບໃຈຂໍ້ມູນຈາກ:
https://www.thairath.co.th/news/foreign/2028896
https://hilight.kapook.com/view/210764