ໃນວັນທີ 12 ຕຸລາ 2021 ທີ່ຜ່ານມາ David Leacraf ຊາຍໜຸ່ມຈາກ ເຂດ ຄວີນສ໌ (Queens) ນິວຢອກ ອາເມຣິກາ ໄດ້ເຮັດການຍື່ນຄຳຟ້ອງຕໍ່ສານນິວຢອກ ແລະ ຟ້ອງບໍລິສັດປຣິ້ນເຕີ້ຊື່ດັງ Canon U.S.A Inc.

ໂດຍລາວບອກວ່າ ລາວໄດ້ຊື້ປຣິ້ນເຕີ້ ຮຸ່ນ Canon PIXMA MG2522 ເປັນແບບ All-in-on ທີ່ມີການໂຄສະນາວ່າສາມາດໃຊ້ງານໄດ້ຫຼາກຫຼາຍ ທັງພິມເອກະສານ, ສະແກນເອກະສານເຂົ້າຄອມໄດ້ ແລະ ສົ່ງແຟັກໄດ້. ເຖິງວ່າຈະເປັນປຣິ້ນເຕີ້ແບບຄົບຈົບໃນເຄື່ອງດຽວ ແຕ່ມີສິ່ງໜຶ່ງທີ່ຂັດໃຈລາວເປັນທີ່ສຸດນັ້ນກໍຄື ລາວບໍ່ສາມາດສະແກນເອກະສານ ຫຼື ສົ່ງແຟັກໄດ້ ເມື່ອໝຶກພິມຂອງປຣິ້ນເຕີ້ໃກ້ໝົດ ເຊິ່ງມັນເປັນສິ່ງທີ່ບໍ່ສົມເຫດສົມຜົນສຳລັບລາວ ແລະ ຖ້າລາວຮູ້ເລື່ອງນີ້ກ່ອນ ຈະບໍ່ຊື້ປຣິ້ນເຕີ້ໜ່ວຍນີ້ມາໃຊ້ແນ່ນອນ.

ແລະ David Leacraf ໄດ້ຟ້ອງທາງບໍລິສັດວ່າ “ໂຄສະນາທີ່ Canon ກ່າວອ້າງນັ້ນມັນບໍ່ແມ່ນຄວາມຈິງ ເຮັດໃຫ້ເກີດການເຂົ້າໃຈຜິດ ແລະ ຫຼອກລວງປະຊາຊົນ” .
ນອກຈາກນີ້ໃນເອກະສານຍັງມີການຮວບຮວມຂໍ້ມູນຈາກເວັບບອດຂອງ Canon ທີ່ມີລູກຄ້າໄປຮຽກຮ້ອງເຖິງກໍລະນີທີ່ປຣິ້ນເຕີ້ໃຊ້ງານບໍ່ໄດ້ ເມື່ອນ້ຳໝຶກໃກ້ໝົດ ແລ້ວທາງ Canon ກໍໄດ້ຕອບລູກຄ້າວ່າ “ເຮົາບໍ່ມີວິທີແກ້ບັນຫານີ້”
ໃນເອກະສານຍື່ນຟ້ອງຍັງໄດ້ບອກອີກວ່າ ລາຍຊື່ຂອງຜູ້ເສຍຫາຍຈະມີຫຼາຍກວ່າ 100 ຄົນ ແລະ ຟ້ອງທາງບໍລິສັດເປັນຈຳນວນເງິນກວ່າ 5 ລ້ານໂດລາ.
ຢ່າງໃດກໍຕາມ ຕອນນີ້ທາງ Canon ຍັງບໍ່ໄດ້ອອກມາຖະແຫຼງການຫຍັງກ່ຽວກັບກໍລະນີນີ້ ແລະ ຫຼັງຈາກນີ້ເຮົາກໍຕ້ອງຕິດຕາມຕໍ່ໄປວ່າສານຈະຕັດສິນອອກມາເປັນແນວໃດ.
ຈາກລາຍງານຂ່າວດັ່ງກ່າວ ກໍເຮັດໃຫ້ຊາວເນັດທົ່ວອາເມຣິກາມາສະແດງຄວາມຄິດເຫັນ ກ່ຽວກັບປະເດັນນີ້ວ່າພວກເຂົາກໍປະສົບບັນຫາແບບນີ້ຄືກັນ ແລະ ຊາວເນັດສ່ວນໃຫຍ່ກໍຫວັງໃຫ້ Davoid Leacraft ຊະນະການຟ້ອງໃນຄັ້ງນີ້.
+ຄວາມຄິດເຫັນຈາກຊາວເນັດບາງພາກສ່ວນ

⁃ ຂ້ອຍເຫັນດີນໍາ, ໂຊກດີເດີ້ , ຂໍໃຫ້ເຈົ້າຊະນະການສອບສວນ.

⁃ ຂ້ອຍເຂົ້າໃຈຄວາມຮູ້ສຶກນີ້ , ຂໍໃຫ້ເຈົ້າຊະນະ.

⁃ ລາວເປັນ ຮີໂລ່ ທີ່ພວກເຮົາຕ້ອງການ.
+ ບາງຄົນກໍຕຳໜິແຮງເຖິງບໍລິສັດປຣິ້ນເຕີ້ວ່າ

⁃ ຂ້ອຍຫວັງວ່າຄົນຜູ້ນີ້ຈະຊະນະຢ່າງແນ່ນອນ. ເພາະຂ້ອຍກໍມີປຣິ້ນເຕີ້ອັນດຽວກັນ ແລະ ມັນກໍເປັນແບບນັ້ນແທ້ໆ , ເຈົ້າບໍ່ສາມາດສະແກນໄດ້ ຖ້າເຈົ້າບໍ່ມີນ້ຳໝຶກ.

⁃ ຂ້ອຍຫວັງວ່າຂ້ອຍຈະສາມາດຮັບເຮັດຄະດີນີ້. ຄົນພວກນີ້ ຕ້ອງໄດ້ຮັບການສອນບົດຮຽນ. ເປັນຜະລິດຕະພັນທີ່ເປັນຕາຢ້ານຫຼາຍ.
ຂອບໃຈຂໍ້ມູນຈາກ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/