ດວງເດືອນຈະເລີ່ມເຂົ້າສູ່ເງົາມົວຕັ້ງແຕ່ເວລາ 15:47 ແລະ ຈະເລີ່ມເຄື່ອນຕົວເຂົ້າສູ່ເງົາມືດຂອງໂລກໃນເວລາ 16:44 ຫຼັງຈາກນັ້ນຈະເລີ່ມເຂົ້າສູ່ປາກົດການຈັນທະຄາດເຕັມຕົວຕັ້ງແຕ່ເວລາ 18:11-18:25. ສຳລັບໃຜທີ່ຢາກສັງເກດເບິ່ງ ແມ່ນສັງເກດທ້ອງຟ້າທາງທິດຕາເວັນອອກ. ສຳລັບປະເທດລາວອາດຈະເຫັນໄດ້ຊັດເຈນທີ່ສຸດຕອນ 18:38. ນັກວິທະຍາສາດຄາດການວ່າ ມັນອາດຈະເປັນຈັນທະຄາດຄັ້ງດຽວໃນປີ 2021 ຕ່າງຈາກປົກກະຕິທີ່ມີຢ່າງໜ້ອຍປີລະ 2 ເທື່ອ.

ພິເສດ!! ນອກຈາກຈັນທະຄາດແລ້ວ ຍັງມີອີກປາກົດການໜຶ່ງທີ່ເກີດຂຶ້ນພ້ອມກັນນັ້ນແມ່ນ Super Moon ດວງເດືອນສີເລືອດ!!! ເຊິ່ງນັກວິທະຍາສາດບອກວ່າມັນເປັນຊຸບເປີມູນສີເລືອດແຫ່ງລະດູດອກໄມ້ບານ (Super flower blood moon) ເຊິ່ງດວງເດືອນຈະເຂົ້າໃກ້ໂລກຫຼາຍຂຶ້ນ 157 Km ເຊິ່ງໝາຍຄວາມວ່າມັນຈະໃຫຍ່ຂຶ້ນ 7% ແລະ ຍັງແຈ້ງຂຶ້ນອີກ 15%. ນັບເປັນປາກົດການດວງເດືອນທີ່ມີຄັ້ງດຽວໃນຮອບ 2 ປີເຄິ່ງ. ສາມາດເຫັນໄດ້ຊັດເຈນໃນພາກພື້ນອາຊີຕາເວັນອອກ, ອາເມຣິກາ ແລະ ພູມມີພາກໂອເຊອານີ.
ປາກົດການຈັນທະຄາດເກີດຈາກດວງຕາເວັນ-ໂລກ-ດວງເດືອນ ໂຄຈອນມາຢູ່ໃນແນວດຽວກັນ ໂດຍມີໂລກຢູ່ລະຫວ່າງກາງ ແລະ ເປັນຈັງຫວະທີ່ດວງເດືອນໂຄຈອນເຂົ້າໄປໃນເງົາຂອງໂລກ ເຮັດໃຫ້ສາມາດເຫັນດວງຈັນທີ່ແຫວ່ງຫາຍໄປໃນເງົາມືດ ແລະ ປາກົດອອກມາອີກຄັ້ງ,ປາກົດການດັ່ງກ່າວຈະເກີດຂຶ້ນສະເພາະມື້ທີ່ເດືອນເພັງ ປີໜຶ່ງມີຢ່າງໜ້ອຍ 2 ເທື່ອ, ເຊິ່ງບາງປີມີຫຼາຍເຖິງ 5 ເທື່ອເລີຍ.

ດວງເດືອນສີເລືອດ ເກີດພ້ອມຈັນທະຄາດ ໃນຂະນະທີ່ເກີດຈັນທະຄາດແບບເຕັມດວງນັ້ນ ເງົາຂອງໂລກຈະບົດບັງເອົາແສງຕາເວັນໄປເກືອບໝົດ ແຕ່ກໍຍັງມີບາງສ່ວນທີ່ລອດອອກມາຈາກຊັ້ນບັນຍາກາດຂອງໂລກໄປເຖິງດວງເດືອນ ເຮັດໃຫ້ເກີດການກັ່ນຕອງເອົາແສງສີຟ້າອອກໄປ ຈົນເຫັນດວງເດືອນເປັນສີແດງຈາງໆຄ້າຍກັບສີເລືອດນັ້ນເອງ.
ຂອບໃຈຂໍ້ມູນຈາກ:
- https://www.bbc.com/thai/international-57245069
- https://www.facebook.com/NARITpage/posts/4221021651294750
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/