ຈໍານວນຜູ້ຖື Bitcoin ໄລຍະສັ້ນຫຼຸດລົງແຕະລະດັບຕໍ່າສຸດໃນຮອບ 10 ປີສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງຜູ້ຖືຄອງໃນໄລຍະຍາວ


ຈໍານວນຜູ້ຖື Bitcoin ໃນໄລຍະຍາວທີ່ຖືຫຼຽນຂອງພວກເຂົາດົນກວ່າ 155 ມື້ໂດຍບໍ່ມີການໂອນ ຫຼື ຂາຍ, ເຊິ່ງມີຈຳນວນໃກ້ເຖິງ 15 ລ້ານ BTC ແລ້ວ. ໃນຂະນະທີ່ຜູ້ຖື Bitcoin ໄລຍະສັ້ນກັບຫຼຸດລົງແຕະລະດັບຕໍ່າສຸດເປັນປະຫວັດສາດ.

ອີງຕາມການວິເຄາະຂໍ້ມູນຈາກ Glassnode ບໍລິສັດວິເຄາະຂໍ້ມູນ Crypto ພົບວ່າ Bitcoin ມີຈໍານວນຜູ້ຖືຄອງໃນໄລຍະຍາວ (LTH) ແລະ ຜູ້ຖືຄອງໄລຍະສັ້ນ (STH) ມີຄວາມແຕກຕ່າງກັນຫຼາຍ, ເຊິ່ງຄວາມແຕກຕ່າງລະຫວ່າງ LTH ແລະ STH ແມ່ນອີງໃສ່ໄລຍະເວລາການຖື Bitcoin ເປັນເວລາ 155 ມື້, ໂດຍຜູ້ທີ່ຖື Bitcoin ຫຼາຍກວ່າ 155 ມື້ຈະຖືກຈັດປະເພດເປັນ LTH, ໃນຂະນະທີ່ຜູ້ທີ່ຖື Bitcoin ໄວ້ໜ້ອຍກວ່າ 155 ມື້ຈະຖືກຈັດຢູ່ໃນປະເພດ STH.

ປະລິມານການຖືຄອງ Bitcoin ຂອງຜູ້ຖືຄອງທີ່ຈັດຢູ່ໃນປະເພດ LTH ໄດ້ເຂົ້າໃກ້ລະດັບ 15 ລ້ານ BTC, ໃນຂະນະທີ່ການຖືຄອງ Bitcoin ຂອງຜູ້ຖືຄອງທີ່ຈັດຢູ່ໃນປະເພດ STH ໄດ້ຫຼຸດລົງແຕະລະດັບ 2.3 ລ້ານ BTC. ເຊິ່ງນີ້ຖືວ່າເປັນຈຸດຕໍ່າສຸດນັບຕັ້ງແຕ່ປີ 2010 ເປັນຕົ້ນມາ.

ໂດຍປາກົດການຄວາມແຕກຕ່າງລະຫວ່າງຜູ້ຖື Bitcoin ໄລຍະຍາວ (LTHs) ແລະ ຜູ້ຖືໄລຍະສັ້ນ (STHs) ນີ້ມີຄວາມສອດຄ່ອງກັບໄລຍະເວລາ 155 ມື້ກ່ອນໜ້ານີ້, ເມື່ອລາຄາ Bitcoin ເພີ່ມຂຶ້ນເຖິງລະດັບ 30,000 ໂດລາ, ເຊິ່ງຖືເປັນລະດັບສູງສຸດເມື່ອນຳໄປປຽບທຽບເປັນລາຍປີ ແລະ Bitcoin ສາມາດຮັກສາລະດັບນັ້ນໄວ້ໄດ້ປະມານສອງເດືອນ.

ທີ່ມາ:

cryptoslate

studio.glassnode

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/