ຖືເປັນອີກໜຶ່ງກ້າວສຳລັບການພັດທະນາອຸດສາຫະກຳງົວນົມ ຫຼັງຈາກນັກວິທະຍາສາດຈາກມະຫາວິທະຍາໄລ Northwest A&F University ປະສົບຜົນສໍາເລັດໃນການເພາະພັນ ງົວນົມສາຍພັນໃໝ່ ທີ່ຕັ້ງຊື່ວ່າ ງົວພິເສດ ຫຼື Super Cow ເປັນງົວນົມທີ່ສາມາດໃຫ້ນົມງົວກັບເຮົາຫຼາຍເປັນພິເສດນັ້ນເອງ.
ຊຸບເປີ້ງົວທີ່ວ່ານີ້ ນັກວິທະຍາສາດຈີນໄດ້ນຳເອົາງົວນົມສາຍພັນ Holstein Friesian ທີ່ຜະລິດນົມຫຼາຍທີ່ສຸດຈາກທົ່ວປະເທດເພື່ອຖ່າຍໂອນແກນຈາກຈຸລັງ ເພື່ອປ່ຽນເປັນຕົວອ່ອນລູກງົວ 3 ໂຕ.
ງົວໂຕທໍາອິດມີນໍ້າໜັກ 56.7 ກິໂລກຣາມ, ສູງ 76 ຊັງຕີແມັດ ແລະ ຍາວ 113 ຊັງຕີແມັດ. ນັກວິທະຍາສາດເປີດເຜີຍວ່າ ຕອນທີ່ງົວໂຕທຳອິດເກີດມາ ທັງຮູບຮ່າງ, ຜິວໜັງ ແລະ ນໍ້າໜັກແມ່ນກົງກັບເປົ້າໝາຍທີ່ໄດ້ຕັ້ງໄວ້ທັງໝົດ.

ໂດຍ ຊຸບເປີ້ ງົວ ທັງ 3 ໂຕນີ້ ຈະຜະລິດນົມໃຫ້ເຮົາ 18 ໂຕນຕໍ່ປີ ຫຼື ເກືອບສອງເທົ່າຂອງການຜະລິດນົມງົວອາເມຣິກາ ແລະ ປົກກະຕິງົວ Holstein Friesian ຈະສາມາດໃຫ້ນົມເຮົາໄດ້ແຕ່ 10 ໂຕນຕໍ່ປີ ເທົ່ານັ້ນ. ນັກວິທະຍາສາດຍັງຄາດວ່າອີກປະມານ 1 ປີຕໍ່ຈາກນີ້ ງົວທັງ 3 ໂຕຈະສາມາດຕັ້ງທ້ອງໄດ້ (ເປັນເວລາ 9 ເດືອນ) ແລະ ຫຼັງຈາກນັ້ນເລີ່ມຜະລິດນົມສໍາລັບອຸດສາຫະກໍານົມຂອງປະເທດ.

Jin Yaping, ຫົວໜ້າໂຄງການ, ຊຸບເປີ້ ງົວ ກ່າວວ່າ: ບາດກ້າວດັ່ງກ່າວ ມີຄວາມໝາຍອັນໃຫຍ່ຫຼວງສຳລັບຈີນ ທີ່ຈະສຸມໃສ່ການຮັກສາສັດ ແລະ ງົວທີ່ດີທີ່ສຸດໃນປະເທດ, ແລະ ມັນກໍເປັນຄວາມສຳເລັດໃນຄວາມພະຍາຍາມ ຂອງປະເທດໃນການຟື້ນຟູຂະແໜງກະສິກຳໃຫ້ມີກ້າເບ້ຍທີ່ສຳຄັນ ແລະ ພໍ່ພັນແມ່ພັນທີ່ດີ.

ປັດຈຸບັນ, ຈີນມີງົວ Holstein Friesian ເຊິ່ງເປັນງົວທີ່ໃຫ້ນົມຫຼາຍທີ່ສຸດ ໃນຈີນ ປະມານ 6,6 ລ້ານໂຕ, ສ່ວນໃຫຍ່ແມ່ນການນຳເຂົ້າຫຼາຍກວ່າ 70% ເຮັດໃຫ້ການເພາະພັນພາຍໃນປະເທດຍັງເຮັດໄດ້ໜ້ອຍ. ສະນັ້ນຈຶ່ງຕ້ອງນຳເຂົ້າງົວພັນນີ້ມາຕະຫຼອດ ເພື່ອຕອບສະໜອງຄວາມຕ້ອງການຂອງຄົນຊັ້ນກາງໃນປະເທດທີ່ມີການຂະຫຍາຍຕົວເພີ່ມຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/