ໜຶ່ງໃນບໍລິສັດບັນເທິງຊື່ດັງຂອງຈີນ ຖືກປັບຕ້ອງຈ່າຍເງິນປະມານ 14.7 ລ້ານຫຍວນ ໃຫ້ແກ່ທາງການຂອງປະເທດຈີນ ຈາກຄວາມຜິດຖານ ຫຼິ້ນມຸກສຽດສີຄຳຂວັນຂອງປະທານນາທິບໍດີ ສີຈິ້ນຜິ້ງ ເຊິ່ງສ້າງຜົນກະທົບຮ້າຍແຮງຕໍ່ສັງຄົມ ດ້ວຍການເວົ້າສຽດສີກອງທັບປອດປ່ອຍປະຊາຊົນ ທຽບໃສ່ກັບໝາເຮັດໃຫ້ທາງການຈີນບໍ່ພໍໃຈກັບເຫດການນີ້.
ວັນທີ່ 18 ພຶດສະພາ 2023 ສຳນັກງານຂ່າວຕ່າງປະເທດໄດ້ລາຍງານວ່າ ສຳນັກງານການທ່ອງທ່ຽວ ແລະ ວັດທະນຳແຫ່ງເທດສະບານກຸງປັກກິ່ງ ໄດ້ອອກຖະແຫຼງການກ່ຽວກັບການສັ່ງປັບບໍລິສັດ Shanghai Xiaoguo Culture Media Co ເປັນເງິນທັງໝົດປະມານ 14.7 ລ້ານຫຍວນ ພ້ອມທັງລະງັບການສະແດງທັງໝົດໃນກຸງປັກກິ່ງ ແລະ ນະຄອນຊຽງໄຮ.

ລີ່ ຫ່າວສື ນັກສະແດງຕາຫຼົກດຽວໄມໂຄໂຟນຊື່ດັງຂອງຈີນພ້ອມຍັງເປັນເຈົ້າຂອງບໍລິສັດດັ່ງກ່າວ ໂດຍເຫດການເກີດຂຶ້ນໃນວັນທີ່ 14 ພຶດສະພາທີ່ຜ່ານມາ ທີ່ໃນຊ່ວງໜື່ງຂອງການສະແດງ ລີ່ ຫ່າວສື ໄດ້ກ່າວວ່າລາວເຫັນໝາ2ໂຕທີ່ໄດ້ຮັບລ້ຽງໄວ້ ແລ່ນໄລ່ກັດກັນ ເຮັດໃຫ້ນຶກເຖິງຄຳພາສາຈີນ 8 ຄຳ ເຊິ່ງມີຄວາມໝາຍວ່າ “ການມີແນວທາງການເຮັດວຽກທີ່ດຮ ສາມາດເພິ່ມປະສິດທີພາບໃຫ້ກັບການສູ້ຮົບ ແລະ ນຳໄປສູ່ການຊະນະສົງຄາມ” ເຊິ່ງເນື້ອຫານີ້ເປັນທີ່ຮູ້ກັນໃນປະເທດຈີນວ່າ ເປັນຄຳເວົ້າຂອງ ປະທານນາທິບໍດີ ສີຈິ້ນຜິ້ງ ທີ່ຍ້ອງຍໍກອງທັຍປົດປ່ອຍປະຊາຊົນ.

ໂດຍທາງສຳນັກງານການທ່ອງທ່ຽວ ແລະ ວັດທະນຳແຫ່ງເທດສະບານກຸງປັກກິ່ງ ກໍໄດ້ອອກມາກ່າວວ່າ “ ພວກເຮົາຈະບໍ່ຍອມໃຫ້ບໍລິສັດ ຫຼື ບຸກຄົນໃດໃຊ້ເມືອງຫຼວງຂອງຈີນເປັນເວທີດການໃສ່ຮ້າຍ ແລະ ທຳລາຍພາບຫຼັກອັນຮຸ່ງເຮື່ອງຂອງກອງທັບຈີນເປັນເດັດຂາດ” ໃນສ່ວນຂອງບໍລິສັດ Shanghai Xiaoguo Culture Media Co ກໍໄດ້ອອກມາຂໍໂທດກັບເຫດການທີ່ເກີດຂຶ້ນ ແລະ ກ່າວຂໍໂທດຜູ້ຕິດຕາມໃນແອບພິເຄຊັ່ນ Weibo ທີ່ມີຜູ້ຕິດຕາມຫຼາຍກວ່າ 1.36 ແສນຄົນ ວ່າ “ຂ້ອຍຮູ້ລະອາຍໃຈ ແລະ ເສີຍໃຈເປັນຢ່າງຍິ່ງ ຂ້ອຍຈະຮັບຜິດຊອບດ້ວຍການຢຸດກິດຈະກຳທັງໝົດ ແລະ ຈະກັ່ນຕອງທຸກຢ່າງໃຫ້ຮອບຄອຍ ເພື່ອຮຽນຮູ້ອີກຄັ້ງ” ກ່ອນທີ່ບັນຊີ Weibo ຂອງເຂົາຈະຖືກລະງັບຕັ້ງແຕ່ນັ້ນເປັນຕົ້ນມາ.
ທາງສຳນັກງານຕຳຫຼວດປັກກິ່ງໄດ້ອອກຖະແຫຼງການເພິ່ມວ່າກຳລັງສອບສວນ ລີ່ ຫ່າວສື ຕາມຂັ້ນຕອນຂອງກົດໝາຍ ຫຼັງຈາກໄດ້ຮັບແຈ້ງຈາກປະຊາຊົນກ່ຽວກັບການສະແດງທີ່ລະເມີດກົດໝາຍ ແລະ ກໍ່ໃຫ້ເກີດຜົນກະທົບຕໍ່ສັງຄົມ ໂດບທີ່ຍັງບໍ່ໄດ້ໃຫ້ລາຍລະອຽດເພິ່ມເຕີ່ມໃດໆ.
ຂອບໃຈຂໍ້ມູນຈາກ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/